ເພື່ອເປັນການເພີ້ມທະວີມາດຕະການ ປ້ອງກັນການແຜ່ລະບາດ, ຄວບຄຸມ ແລະກຽມຄວາມພ້ອມຮອບດ້ານຕ້ານພະຍາດໂຄວິດ 19 ທີ່ກຳລັງລະບາດຢ່າງຮ້າຍແຮງໃນທົ່ວໂລກກໍ່ຄືຢູ່ ສປປລາວ ທີ່ໄດ້ກວດພົບຜູ້ທີ່ຕິດເຊື້ອບໍ່ໃຫ້ມີການແຜ່ລະບາດອອກສູ່ວົງກວ້າງດັ່ງນັ້ນມາໃນວັນທີ 4 ພຶດສະພາ 2020 ນີ້ແຂວງເທື່ອທຽນເຫວ້ ສສ ຫວຽດນາມໄດ້ນຳເອົາເຄື່ອອຸປະກອນການເເພດມາມອບໃຫ້ສອງແຂວງຄື: ແຂວງ ສາລະວັນ ແລະ ແຂວງ ເຊກອງມູນຄ່າທັງໝົດ 600 ລ້ານດົງຢູ່ທີ່ຈຸດຊາຍແດນດ່ານລະໄລສາກົນ ເມືອງສະໝ້ວຍ ແຂວງສາລະວັນ

Image may contain: one or more people
Image may contain: 1 person, standing

ເຄື່ອງທີ່ນຳມາມອບໃນຄັ້ງນີ້ລວມມີຄື: ຊຸດເພດ PPC ແຂວງລະ 800 ຊຸດ, ຜ້າອັດປາກ ແຂວງລະ 50 ພັນອັນ ແລະເຈວລ້າງມື ແຂວງລະ 250 ລິດ, ຈາກນັ້ນທ່ານ ບູ່ຍ ແທັງຮ່າ ຮອງເລຂາ ຜູ້ປະຈຳການຄະນະພັກແຂວງເທື່ອທຽນເຫວ້ ສສ ຫວຽດນາມກໍ່ໄດ້ໃຫ້ກຽດຂື້ນມອບເຄື່ອນດັ່ງກ່າວຕ່າງໜ້າການນຳແຂວງສາລະວັນໃຫ້ກຽດຮັບໂດຍທ່ານ ບົວທອງ ຄຸນຍອດປັນຍາ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆ ສາລະວັນ ແລະຕ່າງໜ້າການນຳແຂວງເຊກອງຮັບໂດຍທ່ານ ພອນເພັດ ຄີວລາວົງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ທັງແມ່ນປະທານຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ຫຼືໂຄວິດ 19, ໂດຍຊ້ອງໜ້າພາກສ່ວນຕ່າງໆທີ່ກ່ຽວຂ້ອງ, ພ້ອມນັ້ນການນຳທັງສອງແຂວງກໍ່ໄດ້ລາຍງານສະພາບການໂດຍຫຍໍ້ກ່ຽວກັບວິທີການຂັ້ນຕອນຂອງການຈັດຕັ້ງປະຕິບັດໃນການສະກັດກັນ ແລະຕ້ານພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັກໃໝ່ໂຄວິດ 19

Image may contain: one or more people, people standing and outdoor
Image may contain: one or more people and people standing

ການມອບ-ຮັບເຄື່ອງອຸປະກອນການເເພດຄັ້ງນີ້ກໍ່ເພື່ອແນ່ໃສ່ຮັບປະກັນໃນການສະກັດກັ້ນ, ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ 19 ໄດ້ດຳເນີນໄປດ້ວຍຄວາມສະດວກ, ທັນການກັບການແຜ່ລະບາດຂອງພະຍາດດັ່ງກ່າວ

ພາບ-ຂ່າວ: ສິດຕາ ເພັດວົງສາ

Leave a Reply

Your email address will not be published. Required fields are marked *