ກຸ່ມບໍລິສັດ ພົງຊັບທະວີ ມອບເຄື່ອງຊ່ວຍຫາຍໃຈຄົບຊຸດ 5 ເຄື່ອງ ມູນຄ່າ 1,4 ຕື້ກວ່າກີບ ໃຫ້ລັດຖະບານ !!!

ໃນວັນທີ 5 ພຶດສະພາ 2020 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ມີ ກຸ່ມບໍລິສັດພົງຊັບທະວີ ຈຳກັດຜູ້ດຽວ ໄດ້ນຳເອົາອຸປະກອນເຄື່ອງຊ່ວຍຫາຍໃຈຄົບຊຸດ ຈຳນວນ 5 ເຄື່ອງ ມອບໃຫ້ແກ່ລັດຖະບານ ເພື່ອກຽມພ້ອມຮັບໃຊ້ໃນການຊ່ວຍເຫຼືອຜູ້ປ່ວຍພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ ຫຼື ໂຄວິດ-19 ລວມມູນຄ່າ 1.480.000.000 ກີບ

ມອບໂດຍ ທ່ານ ນາງ ວຽງສະຫວັນ ເສນາພວນ ຮອງປະທານກຸ່ມບໍລິສັດພົງຊັບທະວີ ຈຳກັດຜູ້ດຽວ ແລະ ຕ່າງໜ້າລັດຖະບານຮັບໂດຍ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ທັງເປັນຫົວໜ້າຄະນະສະເພາະກິດຕ້ານ, ຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19.

Leave a Reply

Your email address will not be published. Required fields are marked *