ອີງຕາມບົດສະຫຼຸບສ່ອງແສງລາຍງານ ຂອງກອງບັນຊາການ ປກສ ນວ ວັນທີ 29 ເມສາ 2020 ໃຫ້ຮູ້ວ່າ: ຜ່ານການຈັດຕັ້ງປະຕິບັດຄຳສັ່ງ 06/ນຍ ເປັນເວລາ 29 ວັນ ( ວັນທີ 1-29 ເມສາ 202 ) ກຳລັງຈາລະຈອນ, ປກສ ກຸ່ມບ້ານ ສົມທົບກຳລັງ ປກສ ບ້ານ ແລະ ແພດໝໍ 9 ເມືອງ ໃນນະຄອນຫຼວງວຽງຈັນ ໄດ້ຕັ້ງດ່ານຈຸດກວດກາຢູ່ຕາມເສັ້ນທາງ ລະຫວ່າງແຂວງຕໍ່ແຂວງ, ເມືອງຕໍ່ເມືອງ, ບ້ານຕໍ່ບ້ານ ໄດ້ກວດພາຫະນະທັງໜົດ 134.036 ຄັນ;

ໃນນີ້, ມີລົດໃຫຍ່ 85.976 ຄັນ, ລົດຈັກ 47.237 ຄັນ, ລົດຂົນສົ່ງສິນຄ້າ 293 ຄັນ, ໄດ້ສຶກສາອົບຮົມຜູ້ທີ່ລະເມີດຄຳສັ່ງ 06/ນຍ ທັງໜົດ 165.916 ຄົນ, ຍິງ 68.841 ຄົນ, ກວດອຸນຫະພູມ ທັງໜົດ 34.541 ຄົນ, ຍິງ 15.440 ຄົນ, ຄົນຕ່າງປະເທດ 290 ຄົນ, ຍິງ 53 ຄົນ. ນອກຈາກນີ້, ໄດ້ຄຸ້ມຄອງຄົນເຂົ້າ-ອອກ 5 ດ່ານ ໃນ ນວ ມີຄົນເຂົ້າ ທັງໝົດ 8.988 ຄົນ, ຍິງ 3.038 ຄົນ, ຄົນອອກ 5.016 ຄົນ, ຍິງ 99 ຄົນ, ພະຫານະເຂົ້າ ທັງໝົດ 5.487 ຄັນ, ລົດອອກ 4.794 ຄັນ, ມີຄົນລັກລອບເຂົ້າຕາມຊາຍແດນບໍ່ຖືກຕ້ອງ ທັງໝົດ 177 ຄົນ, ຍິງ 101 ຄົນ; ພ້ອມກັນນີ້, ກຳລັງປ້ອງກັນເຄື່ອນທີ່, ສະຖານີ 1191,

ປກສ ກຸ່ມບ້ານ ສົມທົບກັບທະຫານນະຄອນຫຼວງວຽງຈັນ ອອກກວດກາລາດຕະເວນ ໄດ້ພົບເຫັນຜູ້ລະເມີດຄຳສັ່ງເລກທີ 06 /ນຍ ໄດ້ສຶກສາອົບຮົມກ່າວເຕືອນ, ເຮັດບົດບັນທຶກ ແລະ ແກ້ໄຂສະພາບ ລວມທັງໝົດ 786 ກໍລະນີ. ສຳລັບສະພາບປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ມີທັງໝົດ 68 ເລື່ອງ, ແກ້ໄດ້ 73 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 382 ຄົນ, ຍິງ 4 ຄົນ, ມີອຸບັດຕິເຫດເກີດຂຶ້ນ 41 ເລື່ອງ, ພາຫະນະເປເພ 77 ຄັນ, ຄົນໄດ້ຮັບບາດເຈັບ 50 ຄົນ, ເສຍຊີວິດ 7 ຄົນ ແລະ ມີອັກຄີໄພເກີດຂື້ນ 4 ເລື່ອງ.
ປກສ ນະຄອນຫຼວງວຽງຈັນ
