ໃນວັນທີ 30 ເມສາ 2020 ກອງພັນປ້ອງກັນເຄື່ອນທີ່ ປກສ ນະຄອນຫຼວງວຽງຈັນ ສົມທົບກັບກໍາລັງກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ອອກກວດກາລາດຕະເວນຕາມຂອບເຂດຮັບຜິດຊອບຂອງຕົນ ໄດ້ພົບເຫັນປະຊາຊົນຈໍານວນ 10 ກວ່າຄົນນັ່ງຊຸມນຸມກັນ ຢູ່ເຂດບ້ານດົງໂດກ ເມືອງໄຊທານີ ເຈົ້າໜ້າທີ່ຈິ່ງໄດ້ສຶກສາອົບຮົມ ແລະ ໄດ້ເຮັດບົດບັນທຶກກ່າວເຕືອນໃຫ້; ພ້ອມທັງໃຫ້ຢຸດການຊຸມແຊວດັ່ງກ່າວ.

ໜຶ່ງໃນກຸ່ມນັ່ງຊຸມແຊວໄດ້ເວົ້າວ່າ: ການຊຸມແຊວໃນມື້ນີ້ ແມ່ນເປັນການສະຫຼຸບວຽກງານ (ສົ່ງເຄື່ອງອອນລາຍ) ແລະ ຄົນທີ່ມາຊຸມແຊວ ສ່ວນຫຼາຍແມ່ນຄົນໃນຄອບຄົວ.

ເຈົ້າໜ້າທີ່ ຈຶ່ງໄດ້ສຶກສາອົບຮົມ ອະທິບາຍ ເພື່ອໃຫ້ເຂົ້າໃຈກ່ຽວກັບພຶດຕິກຳການຊຸມແຊວກັນເປັນກຸ່ມເປັນກ້ອນ ແມ່ນມີຄວາມສຽງຕໍ່ການຕິດເຊື້ອພະຍາດໂຄວິດ-19; ເຊິ່ງເປັນການລະເມີດຕໍ່ຄໍາສັ່ງເລກທີ 06/ນຍ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19.
ປກສ ນະຄອນຫຼວງວຽງຈັນ

.

.
