ກ່ອນອື່ນເຮົາຕ້ອງຍອມຮັບກ່ອນວ່າຜູ້ເປັນຜົວ ຫລື ແຟນທີ່ຄົບ ຫລື ຢູ່ນໍາກັນນັ້ນ ເປັນຄົນມັກສ້າງສັນ ເຮຮາປາຕີ້ໄດ້ຕະຫລອດເມື່ອມີໂອກາດພະຍາຍາມຍອມຮັບມັນໂດຍດີ ແລ້ວເຮັດຄວາມເຂົ້າໃຈວ່າແຟນເຮົານັ້ນມັກດື່ມແອວກໍຮໍ

ຈາກນັ້ນຂັ້ນຕອນຕໍ່ໄປເຮົາ ບໍ່ຕ້ອງຕໍ່ຕ້ານ ເພາະຖ້າຕໍ່ຕ້ານແລ້ວ ມັນຄືຊະນວນດີໆຂອງການຜິດຖຽງກັນນັ້ນເອງ ປັນຫາອື່ນໆຫລັງຈາກນີ້ຈະຕາມມາ ເຮົາອາດຈົ່ມລະບາຍໄດ້ແຕ່ກໍ່ຕ້ອງຍອມຜູ້ເປັນຜົວໄປກ່ອນ ເພາະຢ່າງທີ່ບອກຖ້າເຮົາຕໍ່ຕ້ານໂວຍວາຍໃສ່ ໂອກາດທີ່ຈະເຮັດໃຫ້ເລີກກັນມີສູງ ແລະ ຖ້າເຮົາຍັງເຮັດແບບນີ້ສະແດງວ່າເຮົາບໍ່ໄດ້ຮັກຜູ້ເປັນຜົວ ຫລື ເປັນແຟນປານໃດ ການທີ່ຄົນເຮົາຈະຮັກກັນໄດ້ຕ້ອງຮັບຂໍ້ດີ ແລະ ຂໍ້ເສຍເຊິ່ງກັນແລະກັນ ມາເຖິງຈຸດນີ້ໃຜທີ່ເຮັດບໍ່ໄດ້ຂໍແນະນໍາໃຫ້ເລີກກັນໄປເລີຍ ເພາະເຖິງເຮົາເຮັດໃຫ້ແຟນເລີກເຫລົ້າໄດ້ກໍ່ຈະມີສາເຫດອື່ນທີ່ເຮັດໃຫ້ເລີກກັນຕາມມາຢູ່ດີ ດັ່ງນັ້ນ ບໍ່ມີປະໂຫຍດສໍາລັບຜູ້ໃດທີ່ເຮັດໄດ້ຄືຕົວຢ່າງຂ້າງລຸ່ມນີ້ໄດ້ເລີຍ:

ຫລັງຈາກທີ່ເຮົາກຽມພ້ອມດ້ານຈິດໃຈແລ້ວ ຕໍ່ໄປເປັນດ້ານຮ່າງກາຍ ທຸກໆຄັ້ງທີ່ຜູ້ເປັນຜົວເມົາຫົວລານໍ້າກັບມາເຮືອນ ກໍ່ໃຫ້ປະຕິບັດຢ່າງດີ ເຊັດໂຕໃຫ້ ເຮັດໃຫ້ຊ່ວງເມົາ ຫລື ຫາແນວມາໄວ້ໃສ່ຮາກໃຫ້ພ້ອມ ເຮັດທຸກຢ່າງທີ່ຄວນຈະເຮັດ ແຕ່ງ່າຍສຸດຈາກປະສົບການສ່ວນໂຕຂອງບາງຄົນເມື່ອຜູ້ເປັນຜົວກັບມາເມື່ອເຊັດໂຕໃຫ້ແລ້ວຫລື ຈະເຮັດກິດຈະກໍາເພີ່ມເຕີມກໍ່ໄດ້ ຫລັງຈາກແລ້ວກິດຈະກໍາແລ້ວຜູ້ເປັນຜົວຈະຫລັບເປັນຕາຍບໍ່ມີການຕື່ນມາງໍແງອີກ ເພາະແອວກໍຮໍຈະເປັນໂຕຊ່ວຍກະຕຸ້ນອາລົມທາງເພດໃຫ້ຜູ້ຊາຍໄດ້ຢ່າງດີ

ມາເຖິງຂັ້ນຕອນຂອງການລົດແລ້ວ ແລະ ຜູ້ຍິງຫລາຍໆຄົນມັກເຂົ້າໃຈຜິດການລົດໃຫ້ຜູ້ເປັນຜົວດື່ມແອວກໍຮໍນັ້ນເຮັດໄດ້ດ້ວຍວິທີໂຫດເທົ່ານັ້ນບໍ່ແມ່ນແນ່ນອນ ມາເບິ່ງວິທີຈາກປະສົບການຂອງບາງຄົນດັ່ງນີ້: ກ່ອນອື່ນເຮົາຕ້ອງຫາຂໍ້ໄດ້ປຽບຂອງເຮົາທີ່ມີຫລາຍກວ່າຜົວເຊັ່ນ:

ຖ້າຜົວມັກເຮັດວຽກບ້ານຕອນກາງຄືນຜູ້ເປັນເມຍກໍ່ຈັດໃຫ້ເລີຍຫນັກໆຈະໄດ້ບໍ່ມີແຮງໄປດື່ມແອວກໍຮໍໄດ້ອີກ ແລະ ຖ້າມື້ໃດບໍ່ມີອາລົມເຮັດວຽກບ້ານນໍາກັນ ເຮົາກໍ່ສ້າງຂໍ້ສະເຫນີໃຫ້ເທົ່າທຽມກັບຜົວເຊັ່ນ: ຖ້າມື້ນີ້ບໍ່ໄດ້ດື່ມແອວກໍຮໍ ມື້ອື່ນອາດຈະເອົາເງິນທີ່ຈະໄປກິນເຫລົ້າພາໄປກິນອາຫານຍີ່ປຸ່ນ ຫລື ອາຫານປະເພດໃດກໍ່ໄດ້ຕາມຄວາມມັກ ແນ່ນອນວ່າຕອນແລກອາດຈະບໍ່ຄ່ອຍເຫັນຜົນ ແຕ່ພໍດົນໆໄປເລີ່ມຜົນຂື້ນ ພໍເລີ່ມໄດ້ຜົນການດື່ມແອວກໍຮໍຂອງຜົວກໍ່ລົດລົງ ຈາກປົກະຕິດື່ມທຸກມື້ ປ່ຽນມາເປັນບາງມື້ ຈົນມາເຖິງອາທິດລະຄັ້ງ ຈົນໃນທີ່ສຸດຜົວກໍ່ເຊົາດື່ມແອວກໍຮໍໄດ້ຫາຍຂາດໃນທີ່ສຸດ ອັນນີ້ແມ່ນໂຕຢ່າງຂອງບາງຄົນເດີ້ ອາດຈະບໍ່ໃຊ້ໄດ້ທຸກຄົນ

ຂັ້ນຕອນນີ້ເປັນຂັ້ນຕອນການປ້ອງກັນການດື່ມແອວກໍຮໍຄື ການຄວບຄຸມການໃຊ້ຈ່າຍຂອງຜົວ ແຕ່ບໍ່ແມ່ນແບບຢຶດປື້ມບັນຊີ ATM, ບັດເຄຮດິດ ບໍ່ເຖິງຂັ້ນນັ້ນກໍ່ໄດ້ ແຕ່ສາມາດສະແດງໃຫ້ຜົວເຫັນລາຍຮັບລາຍຈ່າຍຂອງແຕ່ລະເດືອນທັງກ່ອນແລະຫລັງດື່ມແອວກໍຮໍ ໃນຕອນນີ້ທ່ານຜູ້ຍິງອາດຕ້ອງລໍາບາກແດ່ເຮັດລາຍຮັບ-ລາຍຈ່າຍ ແຕ່ກໍ່ຄຸ້ມຄ່າ ແລະ ກໍ່ເຮັດໃຫ້ມີເງິນເພີ້ມຂື້ນ ແລ້ວເອົາໃຫ້ຜົວເບິ່ງເຮັດໃຫ້ເຫັນເຖິງຂໍ້ດີ ແລະ ຂໍ້ເສຍຂອງການດື່ມແອວກໍຮໍ ແລະ ການເລີກດື່ມ ຈາກນັ້ນຍື່ນຂໍ້ສະເຫນີໃຫ້ເງິນຜົວໄປຊື້ເຄື່ອງດື່ມໄດ້ ເຖິງແມ່ນຜົວຈະເຊົາກິນແລ້ວກໍ່ຕາມ ເຊິ່ງຜູ້ຊາຍຫລາຍຄົນຈະຮັບຂໍ້ສະເຫນີນີ້ ແຕ່ເຂົາຈະບໍ່ກ້າເອົາເງິນຈຸດນັ້ນໄປໃຊ້ຈ່າຍເພື່ອຊື້ເຫລົ້າເບຍເລີຍກໍ່ເປັນໄດ້ເດີ້ທ່ານຍິງ

ຮຽບຮຽງ ໂດຍ: ສຸຣິດທິເດດ ບຸດດາວົງ

Leave a Reply

Your email address will not be published. Required fields are marked *