ໃນຕອນເຊົ້າມື້ນີ້ນັກຂ່າວ ປກສ ນວ ໄດ້ລົງພື້ນທີສໍາຫຼວດໃນຂອບເຂດເມືອງໄຊເສດຖາ ສັງເກດເຫັນວ່າ ມີຫຼາຍບ້ານ ສາມາດປະຕິບັດຄໍາສັ່ງເລກທີ 06/ນຍ ໄດ້ດີ ໂດຍສະເພາະແມ່ນເຂດບ້ານເມືອງນ້ອຍ; ບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ມີຫຼາຍຮ້ານຄ້າແມ່ນໄດ້ປິດ ບໍ່ໃຫ້ບໍລິການ ແລະ ປະຊາຊົນຈໍານວນຫຼາຍ ແມ່ນປະຕິບັດຕາມຂໍ້ຫ້າມໄດ້ດີ ເປັນຕົ້ນແມ່ນການບໍ່ຈາກເຮືອນ, ຖ້າອອກຈາກເຮືຶອນກໍມີເຫດຜົນອັນສົມຄວນ ແລະ ກໍໃສ່ຜ້າປິດປາກ ເພື່ອປ້ອງກັນເຊື້ອພະຍາດ.

.

Image may contain: house and outdoor

ດັ່ງນັ້ນ, ຈື່ງຂໍຮຽກຮ້ອງໃຫ້ບ້ານອື່ນໆ ແລະ ບຸກຄົນໃດທີ່ຍັງຖືເບົາ; ຍັງລະເມີດຂໍ້ຫ້າມຕ່າງໆກໍຂໍໃຫ້ພ້ອມໃຈກັນປະຕິບັດຕາມຄໍາສັ່ງເລກທີ 06/ນຍ ຢ່າງເຂັ້ມງວດ ເພື່ອເປັນການປ້ອງກັນ ສະກັດກັ້ນບໍ່ໃຫ້ພະຍາດດັ່ງກ່າວແຜ່ລາມ ແລະ ໃຫ້ໝົດໄປຈາກ ສປປ ລາວ.

Image may contain: outdoor
Image may contain: sky and outdoor

Leave a Reply

Your email address will not be published. Required fields are marked *