ໂຄງການກໍ່ສ້າງອຸມົງກຸລົງໂຄງການລົດໄຟລາວ-ຈີນ ໄດ້ເຈາະທະລຸເເລ້ວ ໃນວັນທີ 29 ເມສາ 2020, ສຳເລັດກ່ອນເເຜນການ 43 ມື້ ພາຍຫລັງດຳເນີນການກໍ່ສ້າງມາເເຕ່ເດືອນມີນາ 2017 ອຸມົງດັ່ງກ່າວ ເປັນອຸມົງທີ່ມີຄວາມຍາວອັນດັບສາມຂອງໂຄງການລົດໄຟ ລາວ-ຈີນ, ຍາວ 9.020 ເເມັດ, ຢູ່ບ້ານກຸລົງ ເມືອງນາໝໍ້, ເເຂວງ ອຸດົມໄຊ.

ຜູ້ຮັບຜິດຊອບຂອງ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ໄດ້ລາຍງານໃຫ້ຮູ້ວ່າ: ໃນໄລຍະການເເຜ່ລະບາດຂອງເຊື້ອໄວຣັດໂຄວິດ-19 ບໍລິສັດ ໄດ້ຂະຫຍາຍທີມງານຮັບຜິດຊອບວຽກງານກໍ່ສ້າງ ເເລະ ວຽກງານສະກັດກັ້ນ, ຄວບຄຸມການເເຜ່ລະບາດຂອງເຊື້ອພະຍາດ ພາຍໃຕ້ເງື່ອນໄຂມາດຕະ ການປ້ອງກັນ, ສະກັດກັ້ນ ເເລະ ຄວບຄຸມເຊື້ອພະຍາດດັ່ງກ່າວ, ເຊິ່ງບໍລິສັດ ໄດ້ສຸມໃສ່ເຮັດວຽກທັງເວັນທັງຄືນ, ເພີ່ມທະວີຄຸນນະພາບຄວາມປອດໄພ, ເຮັດໃຫ້ໂຄງການສາມາດດໍາເນີນການເປັນປົກກະຕິ ເເລະ ສຳເລັດຕາມເເຜນການ. ມາຮອດວັນທີ 27 ມີນາ ໂຄງການລົດໄຟລາວ-ຈີນ ໄດ້ເລີ່ມດຳ ເນີນການປູລາງລົດໄຟຢ່າງເປັນທາງການ ເເລະ ເສັ້ນທາງລົດໄຟ ຈີນ-ລາວ ຢູ່ເບື້ອງຈີນ ເເມ່ນໄດ້ເລີ່ມດຳເນີນການປູລາງໃນວັນທີ 7 ເມສາ, ເຊິ່ງໄດ້ສ້າງພື້ນຖານອັນໜັກແໜ້ນໃຫ້ໂຄງການທາງລົດໄຟລາວ-ຈີນ ໃຫ້ສາມາດເປິດບໍລິການໄດ້ໃນ ປີ 2021.
