ວັນທີ 30/4/2020 ຂໍສະແດງຄວາມຍີນດີນຳຜູ້ຕິດເຊື້ອທີ່ໄດ້ຮັບການປິ່ນປົວຫາຍດີແລະກັບບ້ານໄດ້ທ່ານທີ່3. ມື້ນີ້ຄະນະອຳນວຍການໂຮງໝໍແຂວງຫຼວງພະບາງຕະຫຼອດຮອດພະນັກງານແພດໝໍທຸກໆຄົນມີຄວາມພາກພູມໃຈ ແລະ ມີຄວາມເອກອ້າງທະນົງໃຈຫາອັນໃດປຽບບໍ່ໄດ້ຕໍ່ໄຊຊະນະການປີ່ນປົວພະຍາດໂຄວິດ-19 ຄັ້ງປະຫວັດສາດອັນໃຫ່ຍຂອງນັກຮົບເສື້ອຂາວທີ່ໄດ້ຮ່ວມແຮງຮ່ວມໃຈທີ່ໄດ້ຄຽງບ່າຄຽງໄລ່ກັນເຂົ້າຮ່ວມສະໜາມຮົບແຮງສົງຄາມຕີຕ້ານສັດຕູຕົວຮ້າຍກາດທີ່ເບີ່ງບໍ່ເຫັນນັບແຕ່ຖືກມອບໝາຍຫນ້າທີ່ອັນໜັກໜ່ວງ, ແຕ່ມີກຽດສະຫງ່າດ້ວຍມານະຈິດແພດປະຕິວັດ, ອ້າຍເອື້ອຍນ້ອງແພດໝໍໝົດທຸກຄົນກໍ່ສຸມຈິດສຸມໃຈ ແລະ ສຸມສະຕິປັນຍາໃນການດູແລເບີ່ງແຍງປີ່ນປົວຄົນເຈັບຜູ້ທີ່ຕິດເຊື້ອໂຄວິດ-19 ເປັນເວລາ 1ເດືອນກວ່າ (1ເດືອນກັບ 5ວັນ)ຈົນຊ່ວງຫາຍດີຈາກພະຍາດຕົວຮ້າຍກາດນີ້ໄດ້ທັງ3ທ່ານ

.

Image may contain: one or more people, people standing and outdoor

ຕໍ່ຜົນສຳເລັດຄັ້ງນີ້ຖືເປັນກຳລັງໃຈເປັນຢາວິຕາມີ່ນແກ່ອ້າຍເອື້ອຍນ້ອງນັກຮົບເສື້ອຂາວທຸກຄົນເຖີງວ່າວຽກງານຈະລຳບາກໜັກໜ່ວງປານໃດກໍ່ຕາມພວກເຮົາກໍ່ພ້ອມພຽງກັນຜ່ານຜ່າອຸປະສັກ ແລະ ຂໍ້ຫຍຸ້ງຍາກຈົນໄດ້ຮັບໄຊຊະນະ

Image may contain: one or more people, people standing and outdoor


ຄະນະອຳນວຍການພະນັກງານແພດໝໍໝົດທຸກຄົນຂໍໃຫ້ຄຳໝັ້ນສັນຍາວ່າ ພວກເຮົາຈະພ້ອມກັນປະຕິບັດໜ້າທີ່ ທີ່ພັກກໍ່ຄືລັດຖະບານມອບໝາຍໃຫ້ ແລະ ໃຫ້ສົມກັບຄຳວ່າ ແພດປະຕິວັດ ຫຼືນັກຮົບເສື້ອຂາວ ຊື່ງພວກເຮົາພູມໃຈທີ່ໄດ້ຮັບໃຊ້ຊາດ ແລະ ຮັບໃຊ້ພໍ່ແມ່ປະຊາຊົນບັນດາເຜົ່າ ແລະ ມີກຽດສະຫງ່າ

Image may contain: one or more people, people standing, sky and outdoor
Image may contain: one or more people, people standing and indoor

ພວກເຮົາຂໍຖືເອົາໂອກາດນີ້ສະແດງຄວາມຂອບໃຈແລະຮູ້ບຸນຄຸນເປັນຢ່າງສູງ ມາຍັງ ການນໍາພັກລັດທຸກຂັ້ນທີ່ໄດ້ເອົາໃຈໃສ່ຊີ້ນໍາ,ໃຫ້ການຕິດຕາມຊຸກຍູ້,ສະນັບສະໜູນງົບປະມານ, ວັດຖຸອຸປະກອນໃຫ້ແກ່ໂຮງໝໍພວກເຮົາ,ຂອບໃຈແລະຮູ້ບຸນຄຸນມາຍັງພາກສວ່ນສັງຄົມ,ພໍໍ່ແມ່ປະຊາຊົນຜູ້ທີ່ໃຈບຸນທງັຫາຼຍທີ່ໄດ້ໃຫ້ການບໍລິຈາກ ອາຫານ,ນໍ້າດື່ມ,ອຸປະກອນການແພດຕ່າງໆ,ເງີນສົດ ໃຫ້ແກ່ພວກເຮົາເພື່ອນໍາໄຊ້ເຂົ້າໃນວຽກງານຕອບໂຕ້ຕໍ່ການລະບາດພະຍາດໃນຄັ້ງນີ້,ຂໍອວຍໄຊໃຫ້ພອນແກ່ທ່ານຈົ່ງມີສຸຂະພາບແຂງແຮງ,ຫ້າວຫັນໝັ້ນຍືນ,ປະສົບຜົນສໍາເລັດໃນທຸກວຽກງານ,ລໍ້າລວຍໆດວ້ຍເທີ້ນ.

Leave a Reply

Your email address will not be published. Required fields are marked *