ລາຍງານຈາກປະຊາຊົນໃຫ້ຮູ້ວ່າ ໃນຕອນທ່ຽງວັນທີ 29 ເມສາ 2020 ປະຊາຊົນບ້ານວັງເວີນ, ເມຶອງຊະນະສົມບູນ, ແຂວງຈຳປາສັກ ພົບພະພຸດທະຮູບເກົ່າແກ່ຢູ່ສວນປູກມັນຕົ້ນ, ຈໍານວນຫຼວງຫຼາຍ

ພຣະພຸດທະຮູບທີ່ພົບ ແມ່ນພຣະເກົ່າແກ່ ຈໍານວນຫຼວງຫຼາຍ, ເຊິ່ງປະຈຸບັນ ທາງ ພະແນກຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວເມຶອງຊະນະຄາມ ໄດ້ລົງມາກວດກາ ແລະ ເກັບກໍາຂໍ້ມູນ ວັດຖຸບູຮານດັ່ງກ່າວ. ສ່ວນລາຍລະອຽດ ທາງ ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເມືອງຈະແຈ້ງໃຫ້ຮູ້ຕື່ມພາຍຫຼັງ.

ຂໍ້ມູນໃຫ້ຮູ້ວ່າ ພໍ່ເຂືອງ ອາຍຸ 50 ປີ ອາຊີບເຮັດນາ ແລະ ປູກມັນຕົ້ນ ເຊີ່ງເປັນປະຊາຊົນອາໃສ່ຢູ່ບ້ານວັງເວີນ ເມືອງຊະນະສົມບູນ ແຂວງຈຳປາສັກ ໄດ້ພົບເຫັນພຮະພຸດທະຮູບເກົ່າແກ່ກວ່າ 50 ອົງ ພົ້ນຢູ່ສ່ວນມັນຕົ້ນຂອງຕົນ ເຊີ່ງຢູ່ໃນໄລຍະທີ່ຕົນເອງ ພ້ອມດ້ວຍຄອບຄົວພວມກຳລັງປັກດຳລຳມັນ ເມື່ອເວລາປະມານ 9 ໂມງເຊົ້າ ກົງກັບວັນທີ 29/4/2020 .

ປັດຈຸບັນທາງຫ້ອງການທີ່ກ່ຽວຂ້ອງຂອງເມືອງ ໄດ້ລົງໄປສຳລວດ ແລະ ເກັບກຳຂໍ້ມູນ ພ້ອມທັງ ນຳເອົາພຮະພຸດທະຮູບທີ່ພົບເຫັນຈຳນວນດັ່ງກ່າວ ມາເກັບຮັກສາໄວ້ຢູ່ທີ່ວັດຫຼວງຫຼັກ 24 ຂອງເມືອງ ເພື່ອປ້ອງກັນກຸ່ມຄົນບໍ່ຫວັງດີ ແລະ ປະສານສົມທົບກັບພະແນກການທີ່ກ່ຽວຂ້ອງຂອງແຂວງຮັບຮູ້

ລາຍງານໂດຍ: Mark Eves ແລະ ຫ້ອງການ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເມືອງຊະນະສົມບູນ
ຊົມພາບເພີ່ມເຕີມ

.

.
