ໃນຕອນເຊົ້າຂອງວັນທີ 28 ເມສາ 2020 ທີ່ສໍານັກງານນາຍົກລັດຖະ ມົນຕີ ໄດ້ຈັດກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ເພື່ອປຶກສາຫາລືກ່ຽວກັບວຽກງານສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການແຜ່ລະ ບາດຂອງ ໂຄວິດ 19 ແລະ ການແກ້ໄຂຜົນກະທົບທາງດ້ານເສດຖະ ກິດຈາກການລະບາດຂອງພະຍາດ COVID-19 ໂດຍການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ບັນດາທ່ານ ລັດຖະມົນຕີ ກະຊວງກ່ຽວຂ້ອງ, ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງ ພະຍາດ COVID-19 ແລະ ຄະນະສະເພາະກິດດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບຈາກການແຜ່ລະບາດ ຂອງພະຍາດ COVID-19 ເຂົ້າຮ່ວມ. ກອງະຊຸມ ໄດ້ພິຈາລະນາ ແລະ ມີທິດຊີ້ນຳຕໍ່ບັນຫາສຳຄັນ ດັ່ງນີ້:
ກອງປະຊຸມ ໄດ້ພິຈາລະນາບົດລາຍງານກ່ຽວກັບສະພາບການປ້ອງກັນ, ຄວບຄຸມ ແລະ ມາດຕະການຮັບມືການລະບາດຂອງພະຍາດ COVID-19
ທິດທາງໃນຕໍ່ໜ້າ, ການປະເມີນຄວາມສ່ຽງແຕ່ລະແຂວງ, ແຜນການ ຜ່ອນຜັນບາງມາດຕະການ ແລະ ການສືບຕໍ່ປະຕິບັດບາງມາດຕະການ ພາຍຫຼັງວັນທີ 03 ພຶດສະພາ 2020 ໂດຍຈະ ຈັດຕັ້ງປະຕິບັດເປັນແຕ່ລະໄລຍະ ເປັນຕົ້ນ ການອະນຸຍາດໃຫ້ສໍານັກງານ, ອົງການ, ບັນດາບໍລິສັດ ເປີດດໍາເນີນການ; ການອະນຸຍາດໃຫ້ປະ ຊາຊົນ, ພະນັກງານ-ລັດຖະກອນ, ທະຫານຕໍາຫຼວດ ສາມາດອອກຈາກ ເຮືອນ ແລະ ເດີນທາງພາຍໃນແຂວງ ໂດຍຮັບປະກັນມາດຕະການປ້ອງກັນການຕິດເຊື້ອ; ການຈັດຝຶກອົບຮົມ, ການປະຊຸມທາງການ, ກິດຈະກຳທາງສາສະໜາ ແລະ ກິດຈະກຳອື່ນໆ; ການອະນຸຍາດໃຫ້ເປີດດໍາເນີນກິດຈະການຂອງບັນດາບໍລິສັດ, ໂຮງງານ ແລະ ໂຄງການໃຫຍ່ ທີ່ປະ ຕິບັດຖືກຕ້ອງສອດຄ່ອງຕາມເງື່ອນ ໄຂ ແລະ ມາດຕະການປ້ອງກັນ ຕາມຂໍ້ແນະນໍາຂອງ ຄະນະສະເພາະກິດ ເລກທີ 031/ສພກ, ການສືບຕໍ່ປິດບາງກິດຈະການ, ການເປີດໂຮງຮຽນ, ການປິດດ່ານຊາຍແດນ ແລະ ອື່ນໆ.

ກອງປະຊຸມ ສະແດງຄວາມຊົມເຊີຍຕໍ່ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງເຊື້ອພະຍາດ COVID-19 ແລະ ທຸກພາກສ່ວນທີ່ກ່ຽວຂ້ອງທີ່ໄດ້ເອົາໃຈໃສ່ປະຕິບັດວຽກງານຂອງຕົນ ດ້ວຍຄວາມຮັບ ຜິດຊອບສູງ ແລະ ໄດ້ສຸມໃສ່ຄົ້ນຄວ້າ ກະກຽມ ມາດຕະການຕ່າງໆ ທີ່ຈະປະຕິບັດພາຍຫຼັງ ວັນທີ 03 ພຶດສະພາ 2020.
ພ້ອມກັນນີ້, ກອງປະຊຸມ ໄດ້ຊີ້ນໍາໃຫ້ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງ ເຊື້ອພະຍາດ COVID-19 ປັບປຸງລາຍງານດັ່ງກ່າວ ໃຫ້ມີເນື້ອໃນລະອຽດ, ຄົບຖ້ວນ, ຈະແຈ້ງ ຕາມການປະກອບຄໍາເຫັນຂອງກອງປະຊຸມ ໂດຍສະ ເພາະກ່ຽວກັບການປະເມີນຄວາມສ່ຽງ; ທິດທາງໃນຕໍ່ໜ້າ ໃຫ້ກຳນົດ ລະອຽດຊັດເຈນ, ບໍ່ໃຫ້ມີຊ່ອງຫວ່າງໃນການຕີຄວາມໝາຍ; ບັນດາ ມາດຕະການຜ່ອນຜັນຊົ່ວຄາວ ທີ່ຈະຈັດ ຕັ້ງ ປະຕິບັດພາຍຫຼັງວັນທີ 03 ພຶດ ສະພາ 2020 ໂດຍກຳນົດເປັນແຕ່ ລະໄລຍະ ໃນເງື່ອນໄຂບໍ່ມີກໍລະນີຕິດເຊື້ອໃໝ່ ແລະ ມາດຕະການຈະສືບຕໍ່ປະຕິບັດ ຖ້າມີກໍລະນີຕິດເຊື້ອໃໝ່ເກີດຂຶ້ນ. ຫຼັງຈາກນັ້ນ ນຳສະເໜີລາຍງານຕໍ່ກອງປະຊຸມກົມການເມືອງສູນກາງພັກ ພິຈາລະນາ ແລະ ມີທິດຊີ້ນໍາໃນຂັ້ນຕໍ່ໄປ.

ກອງປະຊຸມ ໄດ້ພິຈາລະນາຮ່າງບົດລາຍງານກ່ຽວກັບ ມາດຕະການແກ້ໄຂຜົນກະທົບທາງດ້ານເສດ ຖະກິດ ຈາກການແຜ່ລະບາດເຊື້ອພະ ຍາດ COVID-19
ໂດຍລົງເລິກບາງນະໂຍບາຍ ແລະ ມາດຕະການທີ່ຍັງບໍ່ທັນໄດ້ ກຳນົດອອກຢ່າງຊັດເຈນ ຕາມການຊີ້ນຳຂອງກອງປະຊຸມ ລັດຖະບານຄັ້ງວັນທີ 23 ເມສາ 2020 ເປັນຕົ້ນ ນະໂຍບາຍ ອຸດໜູນແຮງງານ ຢູ່ໃນ ແລະ ນອກລະບົບປະກັນສັງຄົມ, ນະໂຍບາຍພາກປະຊາຊົນ ທີ່ຕິດພັນກັບການຫຼຸດຄ່າໄຟຟ້າ ແລະ ນ້ຳປະປາ, ການແກ້ໄຂອຸປະສັກການຂົນສົ່ງ ແລະ ຈໍລະ ຈອນສິນຄ້າພາຍໃນປະເທດ ແລະ ການນຳເຂົ້າ-ສົ່ງອອກ ສິນຄ້າຢູ່ບັນ ດາດ່ານຊາຍແດນ, ການຊຸກຍູ້ການຜະລິດກະສິກຳ ປູກຝັງ ແລະ ລ້ຽງສັດ ເພື່ອເປັນສະບຽງອາຫານ ແລະ ເປັນສິນຄ້າ, ການຟື້ນຟູຂະແໜງການບໍລິການ ແລະ ການທ່ອງທ່ຽວ, ນະໂຍບາຍດ້ານການເງິນ, ເງິນຕາ ລວມທັງການ ສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ, ການແກ້ໄຂໜີ້ສິນຕ່າງປະເທດ ແລະ ຂໍ້ສະເໜີຈຳນວນໜຶ່ງ ຂອງພາກທຸລະກິດ.
ກອງປະຊຸມໄດ້ມີທິດຊີ້ນຳ ໃຫ້ຄະນະສະເພາະກິດດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບຈາກ ການແຜ່ລະບາດຂອງພະຍາດ COVID-19 ສົມທົບກັບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າ ລົງເລິກລາຍລະອຽດບາງຈຸດ ເພື່ອຮັບປະກັນວ່ານະໂຍບາຍທີ່ວາງອອກ ສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິຜົນ ແລ້ວປັບປຸງຮ່າງບົດລາຍງານ ດັ່ງກ່າວ ຕາມການປະກອບຄຳເຫັນຂອງກອງປະຊຸມ ໃຫ້ມີເນື້ອໃນ ກະທັດຮັດ, ຄົບຖ້ວນ ແລະ ຈະແຈ້ງ ເພື່ອນໍາສະ ເໜີ ຕໍ່ກອງປະຊຸມກົມການເມືອງສູນກາງພັກ ພິຈາລະນາ ແລະ ມີທິດຊີ້ນໍາໃນຂັ້ນຕໍ່ໄປ.
ຂ່າວ;ພາບ: ກົມປະຊາສຳພັນ ສນຍ