ສະຫະລັດອາເມລິກາ ເປີດເຜີຍລະຫວ່າງການຖະແຫຼງຂ່າວຮ່ວມກັບສູນຄວບຄຸມ ແລະ ປ້ອງກັນໂລກລະບາດ ຫຼື ຊີດີຊີ ໃນວັນທີ 22 ເມສາ 2020 ລະບຸວ່າ ພົບແມວບ້ານ 2 ໂຕຕິດໄວຣັສໂຄວິດ-19 ສາຍພັນ ໃໝ່ 2019 ໂດຍທັງສອງໂຕລົ້ມປ່ວຍດ້ວຍອາການທາງລະບົບທາງເດີນຫາຍໃຈແບບບໍ່ຮຸນແຮງ ຈຶ່ງໄດ້ຮັບການກວດ ແລະ ພົບວ່າຕິດເຊື້ອ ເຊິ່ງນັບວ່າເປັນສັດລ້ຽງສອງໂຕທໍາອິດໃນສະຫະລັດອາເມລິກາທີ່ຕິດພະຍາດໂຄວິດ-19 ຫຼັງຈາກ 3 ອາທິດກ່ອນ ລາຍງານພົບເສືອ 5 ໂຕ ແລະ ສິງໃຫຍ່ 9 ໂຕ ໃນສວນສັດບອງລັດນິວຢອກ ຕິດໂຄວິດ-19 ເຊິ່ງທາງສັດຕະວະແພດພົບວ່າເປັນການຕິດເຊື້ອຈາກເຈົ້າໜ້າທີ່ເບິ່ງແຍງສວນສັດ

ເຖິງຢ່າງໃດກໍຕາມ ຖະແຫຼງການລະບຸວ່າ ສຳລັບແມວໂຕທີ່ 1 ບໍ່ພົບວ່າສະມາຊິກໃນບ້ານມີເຊື້ອໄວຣັສໂຄວິດ ຄາດວ່າມັນອາດຈະຕິດເຊື້ອມາຈາກຄົນແຖວບ້ານຫຼາຍກວ່າ ສ່ວນແມວໂຕທີ່ 2 ພົບວ່າມີຄົນໃນບ້ານຕິດໂຄວິດ-19 ກ່ອນທີ່ແມວຈະສະແດງອາການປ່ວຍ ໃນຂະນະທີ່ແມວໂຕອື່ນໃນບ້ານຫຼັງນີ້ບໍ່ພົບວ່າມີອາການປ່ວຍແຕ່ຢ່າງໃດ ພ້ອມກັນນີ້ທາງກະຊວງກະເສດເນັ້ນຢ້ຳວ່າ ຂະນະນີ້ຍັງບໍ່ມີຫຼັກຖານບົ່ງຊີ້ວ່າສັດລ້ຽງຈະເປັນພາຫະແພ່ເຊື້ອໄວຣັສໂຄວິດ ມາສູ່ຄົນໄດ້ ເຮັດໃຫ້ຍັງບໍ່ຈຳເປັນທີ່ຈະຕ້ອງມີການອອກມາດຕະການໃດໆ ທີ່ອາດຈະສົ່ງຜົນກະທົບຕ່ໍ່ສະວັດດິພາບຂອງສັດລ້ຽງ

ທາງດ້ານຊີດີຊີ ລະບຸວ່າ ຍັງມີອີກຫຼາຍຢ່າງທີ່ເຮົາຕ້ອງຮຽນຮູ້ກ່ຽວກັບໄວຣັສໂຄວິດ ແລະ ສັດລ້ຽງ ໂດຍແນະນຳວ່າ ຂໍໃຫ້ເຈົ້າຂອງສັດລ້ຽງຖືຮັກສາໄລຍະຫ່າງກັບສັດ ແລະ ພະຍາຍາມບໍ່ໃຫ້ສັດລ້ຽງອອກໄປນອກບ້ານຫາກເຈົ້າຂອງຈູງໝາອອກໄປຍ່າງຫລິ້ນນອກບ້ານກໍຄວນຖືຮັກສາໄລຍະຫ່າງຈາກໝາຕົວອື່ນ ແລະ ບຸກຄົນອື່ນ ໃນໄລຍະຫ່າງຢ່າງນ້ອຍ 2 ແມັດ ຫາກສາມາດສວມໜ້າກາກອະນາໄມໃຫ້ສັດລ້ຽງໄດ້ກໍຄວນທີ່ຈະເຮັດ ແລະ ເມື່ອກັບເຂົ້າບ້ານແລ້ວກໍຄວນຈັບໝາ ແລະ ແມວລ້າງມືລ້າງຕີນໃຫ້ສະອາດ ເພື່ອຫຼຸດຜ່ອນຄວາມສ່ຽງໃນການຕິດເຊື້ອຈາກນອກບ້ານເຂົ້າມາ ນອກຈາກນີ້ຫາກເຈົ້າຂອງມີອາການປ່ວຍ ກໍຄວນທີ່ຈະຫຼຸດການໃກ້ຊິດກັບໝາ ແລະ ແມວຫ້າມບໍ່ໃຫ້ພວກມັນມາເລຍໜ້າ ຫຼື ສໍາຜັດໃກ້ຊິດກັບເຈົ້າຂອງ.