ບ້ານໜອງຫອຍຕັ້ງຈຸດກວດກາເຂັ້ມງວດປ້ອງກັນ Covid-19.
ຄະນະສະເພາະກິດຄວບຄຸມພະຍາດໂຄວິດ ~19 ເມືອງຊະນະສົມບູນປະກອບມີທະຫານ, ຕໍາຫຼວດ, ແພດ, ພະນັກງານຮາກຖານກຸ່ມ5 ແລະອຳນາດການປົກຄອງບ້ານໜອງຫອຍ ເມືອງຊະນະສົມບູນ ແຂວງຈໍາປາສັກ, ໄດ້ຕັ້ງດ່ານກວດກາຄົນເຂົ້າອອກບ້ານຢ່າງເຂັ້ມງວດ ທີ່ຈຸດຕະຫຼາດໜອງຫອຍ ທັງນີ້ກໍ່ເພື່ອປະຕິບັດຕາມຄຳສັ່ງເລກທີ 06 ຂອງນາຍົກລັດຖະມົນຕິ ທັງເປັນການຄວບຄຸມພະຍາດໂຄວິດ-19ບໍ່ໃຫ້ມີການລະບາດ.
ທ່ານ ທອງພູນ ນ້ອຍລາຕີ ຄະນະຮັບຜິດຊອບຕັ້ງດ່ານຈຸດກວດກາ ບ້ານໜອງຫອຍ ໃຫ້ຮູ້ວ່າ:ໄປຄຽງຄູ່ກັບການຕັ້ງດ່ານກວດກາ ຍັງໄດ້ເອົາໃຈໃສ່ອຳນວຍຄວາມສະດວກແກ່ປະຊາຊົນໃນການເຂົ້າອອກບ້ານເຊັ່ນ:ໄດ້ເຮັດບັດໃຫ້ປະຊາຊົນເພື່ອຢັ້ງຢືນໃນເວລາມີຄວາມຈໍາເປັນເຂົ້າອອກບ້ານ, ໄດ້ແນະນຳປະຊາຊົນໃສ່ຜ້າອັດປາກ ໃນເວລາເດີນທາງໄປສະຖານທີ່ສາທາລະນະ ແລະກວດວັດອນຫະພູມ ຮ່າງກາຍອີກດ້ວຍ ທັງນີ້ກໍເພື່ອປ້ອງກັນພະຍາດ covid-19 ໄປພ້ອມ.ຜ່ານການມາຕັ້ງດ່ານກວດກາມາເປັນເວລາ 2 ວັນບໍ່ທັນພົບເຫັນກໍລະນີສົງໃສ ຫຼືຖືກກັກຕົວ.
ພາບ:ຈາກພົນລະເມືອງດີ
ຂ່າວ:Ket Ksvns
.
.