ເຈົ້າໜ້າທີ່ສະຖານີຮັບແຈ້ງເຫດ ແລະ ແກ້ໄຂເຫດສຸກເສີນ ຈຸດໄຊສົມບູນສົມທົບກັບ ປກສ ເມືອງໄຊທານີ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງເຮັດບົດບັນທຶກ ກັບທ້າວໄຊຊະນະ ຜູ້ຈັດການບໍລິສັດ ເອບັອກທອຍສ໌ ລາວ ຈຳກັດ, ທີ່ເປີດດຳເນີນທຸລະກິດ; ເຊີ່ງເປັນການຝ່າຝືນຄໍາສັ່ງເລກທີ 06/ນຍ ໃນວັນທີ 21 ເມສາ 2020 ເພື່ອເປັນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19.


ໃນເບື້ອງຕົ້ນເຈົ້າໜ້າທີ່ຈຶ່ງໄດ້ກ່າວເຕື່ອນ ແລະ ໄດ້ສັ່ງໃຫ້ປິດກິດຈະການຊົ່ວຄາວ ເພື່ອເປັນການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19; ພ້ອມທັງເຮັດບົດບັນທຶກ, ລົງລາຍເຊັນຊ່ອງໜ້າກັບຜູ້ບໍລິຫານໂຮງງານໄວ້ເປັນຫຼັກຖານໃນກໍລະນີມີຜູ້ຕິດເຊື້ອພະຍາດຢູ່ໂຮງງານ ເຈົ້າຂອງໂຮງງານຕ້ອງໄດ້ຮັບຜິດຊອບໃນການປິ່ນປົວທຸກຢ່າງ ແລະ ຮັບຜິດຊອບຕໍ່ລະບຽບກົດໝາຍ.

Leave a Reply

Your email address will not be published. Required fields are marked *