ໃນວັນທີ 21 ເມສາ 2020, ເວລາ 22:00 ໂມງ ປກສ ກຸ່ມໜອງບຶກ ໄດ້ອອກກວດກາຕາມພື້ນທີ່ຂອບເຂດຮັບຜິດຊອບ ແມ່ນພົບເຫັນຮ້ານຂາຍເຂົ້າປຽກຂອງທ້າວ ເພັດນູກອນ, ອາຍຸ 36 ປີ, ບ້ານໜອງບຶກເໜືອ ໄດ້ເປີດບໍລິການ; ເຊີ່ງມີຊາວໜຸ່ມ 2 ຄົນກຳລັງນັ່ງກິນເຂົ້າປຽກ, ຈິ່ງໄດ້ເຮັດບັນທຶກກ່າວເຕືອນເຈົ້າຂອງຮ້ານໃຫ້ປິດຮ້ານຕາມຄຳສັ່ງເລກທີ 06/ນຍ ຢ່າງເຂັ້ມງວດ ເພື່ອປ້ອງກັນ ແລະ ສະກັດກັ້ນພະຍາດໂຄວິດ-19 ໄປຈົນຮອດວັນທີ 03 ພຶດສະພາ 2020, ທັງນີ້ທັງນັ້ນ ກໍເພື່ອເຮັດໃຫ້ພະຍາດຮ້າຍດັ່ງກ່າວບໍ່ແຜ່ລະບາດໄປວົງກວ້າງ.
ການລົງແກ້ໄຂຄັ້ງນີ້ ແມ່ນໄດ້ປະຕິບັດຕາມຄຳສັ່ງຂອງຫົວໜ້າ ປກສ ເມືອງສີໂຄດ ແລະ ໂດຍປະຕິບັດຕາມທິດຊີ້ນຳຂອງ ທ່ານຮັກສາການຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ.
