ນໍ້າໃຈຂອງຄົນລາວ ທີ່ຊ່ວຍເຫລືອກັນໃນຍາມຫຍຸ້ງຍາກ

ລາຍງານຈາກ ຂປລ. ທ່ານ ນາງ ອານົງ ພີມມະແສງ ເຈົ້າຂອງຫ້ອງແຖວ ຢູ່ບ້ານສີບຸນເຮືອງ ແລະ ບ້ານຮ່ອງໄກ່ແກ້ວ, ເມືອງຈັນທະບູລີ ນະຄອນຫລວງວຽງຈັນ, ກໍແມ່ນຜູ້ໜຶ່ງທີ່ມີນໍ້າໃຈເອື້ອເຟື້ອເພື່ອແຜ່ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ໂດຍໄດ້ໃຫ້ສຳພາດຕໍ່ນັກຂ່າວ ສຳນັກຂ່າວສານປະເທດລາວ ໃນວັນທີ 20 ເມສາ ນີ້ວ່າ:

ຂ້າພະເຈົ້າໄດ້ສ້າງຫ້ອງແຖວຢູ່ບ້ານສີບຸນເຮືອງ ແລະ ບ້ານຮ່ອງໄກ່ແກ້ວ ແລະ ໄດ້ເປີດບໍລິການມາ10 ກວ່າປີແລ້ວ, ປັດຈຸບັນ ມີທັງໝົດ 70 ກວ່າຫ້ອງ ຜູ້ທີ່ມາເຊົ່າສ່ວນຫລາຍແມ່ນມີອາຊີບ ພະນັກງານ, ຄ້າຂາຍ ແລະ ນັກຮຽນ ໂດຍອາໄສຢູ່ແບບຄອບຄົວ.

ມາໃນໄລຍະທີ່ເກີດມີການລະບາດຂອງພະຍາດໂຄວິດ-19 ນີ້ໄດ້ເຮັດໃຫ້ສໍານັກງານອົງການ, ບໍລິສັດ, ຫ້າງຮ້ານ ລວມເຖິງສະຖາບັນການສຶກສາ ແລະ ໂຮງຮຽນຕ່າງໆ ໄດ້ປີດການບໍລິການຊົ່ວຄາວ ເຮັດໃຫ້ພະນັກງານ ແລະ ແມ່ຄ້າຂາຍເຫລົ່ານີ້ ບໍ່ໄດ້ໄປເຮັດວຽກ ເຊິ່ງມັນໄດ້ສົ່ງຜົນກະທົບຕໍ່ລາຍຮັບ ແລະ ການດຳລົງຊີວິດຂອງເຂົາເຈົ້າ ໂດຍສະເພາະຜູ້ມີລາຍຮັບໜ້ອຍ ແລະ ເຫັນໄດ້ໃນຄວາມຫຍຸ້ງຍາກຂອງພວກເຂົາເຈົ້າເຫລົ່ານັ້ນ ຕົນເອງພ້ອມດ້ວຍຄອບຄົວຈຶ່ງ ມີຄວາມເປັນຫ່ວງເປັນໃຍ ແລະ ເຫັນອົກເຫັນໃຈ ຈຶ່ງໄດ້ຕົກລົງກັນວ່າ ບໍ່ເກັບຄ່າເຊົ່າຫ້ອງແຖວ 1 ເດືອນໃຫ້ແກ່ລູກຄ້າທີ່ອາໄສຢູ່ໃນຫ້ອງແຖວຂອງຕົນ. ພ້ອມໄດ້ນໍາເອົາໝີ່ມອບໃຫ້ຫ້ອງລະ 1 ແກັດນໍາອີກ.


ທ່ານ ນາງ ອານົງ ພີມມະແສງ ກ່າວຕື່ມວ່າ: ໃນໄລຍະຜ່ານມາ ຄອບຄົວຂອງພວກເຮົາ ຍັງໄດ້ປະກອບສ່ວນຊ່ວຍເຫລືອສັງຄົມ ໂດຍການນຳເອົາເຄື່ອງໄປມອບໃຫ້ບັນດາມູນນິທິຕ່າງໆ. ນອກຈາກນີ້, ຍັງໄດ້ຊ່ວຍອອກຄ່າປີ້ຍົນໃຫ້ຊາວຕ່າງປະເທດກັບບ້ານນຳອີກ.

ພວກເຮົາດີໃຈ ແລະ ພູມໃຈທີ່ໄດ້ຊ່ວຍ ເຫລືອ ແລະ ແບ່ງປັນນ້ຳໃຈໃຫ້ລູກຄ້າໃນຍາມວິກິດນີ້ ເຖິງວ່າຈະເປັນສິ່ງທີ່ເລັກໆນ້ອຍໆ ແຕ່ມັນອາດຈະຊ່ວຍບັນເທົາທຸກໃຫ້ແກ່ເຂົາເຈົ້າໄດ້ສ່ວນໃດສ່ວນໜຶ່ງ.

Leave a Reply

Your email address will not be published. Required fields are marked *