ເປັນມື້ທີ 9 ແລ້ວທີ່ລາວເຮົາບໍ່ພົບຜູ້ຕິດເຊື້ອໂຄວິດ-19
ໂອກາດຖະແຫລງຂ່າວຕໍ່ສື່ມວນຊົນ ໃນຕອນບ່າຍ ວັນທີ 21ເມສາ 2020 ຂອງຄະນະສະເພາະກິດ ຄວບຄຸມໂຄວິດ-19 ໃຫ້ຮູ້ວ່າ ໃນວັນທີ 20 ເມສາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 29 ຄົນ, ໃນນັ້ນມີຜູ້ສຳຜັດໃກ້ຊິດ ກັບຜູ້ຕິດເຊື້ອ 14 ຄົນ, ກໍລະນີມີອາການສົງໄສ 15 ຄົນ.
ໃນຈໍານວນ 29 ຄົນ ທີ່ມາກວດນັ້ນ ມີ ນະຄອນຫຼວງວຽງຈັນ 14 ຄົນ ແລະ ຕ່າງແຂວງ 15 ຄົນ ລາຍລະອຽດ ດັ່ງລຸ່ມນີ້:

  • ແຂວງໄຊສົມບູນ 10 ຄົນ (ກວດຄືນຫຼັງຄົບກຳນົດຕິດຕາມ 14 ວັນ)
  • ແຂວງຫຼວງພະບາງ 05 ຄົນ ແມ່ນກໍລະນີສົງໃສ
    ຜົນກວດທັງໝົດ 29 ກໍລະນີ ບໍ່ພົບເຊື້ອ. ໝາຍຄວາມວ່າໃນວັນທີ 20 ເມສາ 2020 ບໍ່ມີກໍລະນີໃໝ່.

ນັບແຕ່ເດືອນມັງກອນ ຮອດ ວັນທີ 20 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 1,378 ຄົນ, ກວດພົບເຊື້ອທັງໝົດ 19 ຄົນ (09 ມື້ແລ້ວທີ່ບໍ່ມີຜູ້ຕິດເຊື້ອເພີ່ມ).
ຈໍານວນຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອທັງໝົດ ທີ່ໄດ້ຕິດຕາມ ແຕ່ວັນທີ 09 ມີນາ – 20 ເມສາ 2020 ມີ ທັງໝົດ 313 ຄົນ, ໝົດກໍານົດຕິດຕາມ ທັງໝົດ 300 ຄົນ, ຍັງສືບຕໍ່ຕິດຕາມທັງໝົດ 13 ຄົນ ຊຶ່ງຕິດຕາມຢູ່ ນະຄອນຫຼວງວຽງຈັນ (ໃນນັ້ນ 08 ຄົນ ແມ່ນຕິດຕາມຢູ່ໂຮງໝໍ 103 ແລະ 05 ຄົນ ຕິດຕາມຢູ່ເຮືອນ), ໂດຍສະເຫຼ່ຍ ຍັງອີກ 04 ມື້ ຈຶ່ງຄົບກຳນົດຕິດຕາມ 14 ວັນ, ຖືວ່າຜູ້ສໍາພັດໃກ້ຊີດກັບຄົນເຈັບທັງໝົດແມ່ນຢູ່ນະຄອນຫຼວງວຽງຈັນ.

Leave a Reply

Your email address will not be published. Required fields are marked *