ໃນວັນທີ່ 20 ເມສາ 2020 ເວລາ 16:45ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າ ມີຄົນຕົກເປແລ້ວເສຍຊີວິດ ຢູ່ບ້ານດົງໂພສີ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ
ທີມກູ້ຊີບກູ້ໄພນະຄອນຫຼວງ1624(ເຂດ2ເມືອງຫາດຊາຍຟອງ)ຈື່ງໄດ້ອອກກວດສອບເຫດເຫັນຄົນເສຍຊີວິດ 01ຄົນ ເປັນເພດຊາຍ.ອາຍຸ 60ປີ.ບ້ານດົງໂພສີ ເມືອງ ຫາດຊາຍຟອງຄາດຄະເນວ່າເສຍຊີວິດໄດ້ 12 ຊົ່ວໂມງ
ດັ່ງນັ້ນຫນ່ວຍກູ້ໄພຈື່ງໄດ້ມ້ຽນສົບເພື່ອໃຫ້ພີ່ນ້ອງໄປປະກອບພິທີທາງສາສະຫນາຕໍ່ໄປ.
ອຸປະຕິເຫດສຸກເສີນໂທ : 1624 ຖ້າທ່ານໃດຕ້ອງຢາກເປັນສ່ວນໜື່ງໃນການຊ່ວຍເຫຼືອໜ່ວຍງານພວກເຮົາໃນການບໍລິຈາກ- ອຸປະຖຳຕ່າງໆເຊັ່ນ : ເຂົ້າສານ, ອາຫານການກີນ- ອຸປະກອນການແພດຕ່າງໆສາມາດເຂົ້າມາໄດ້ພົວພັນທີ່: ສູນສັງການ ບ້ານໂພນພະເນົາເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
ຕິດຕໍ່ສອບຖາມ: 020 2244 1624