ສະບາຍດີມື້ນີ້ເປັນມື້ສັນວັນດີ 20/04/2020 ທາງທີມງານມູນນິທິ ຈິດອາສາຮ່ວມໃຈພັດທະນາ ແລະມູນນິທິສາກົນ MASTER RUMA ໄດ້ລະດົມທຶນລົງຊ່ວຍເຫຼືອສູນຄົນພິການຕາ ນະຄອນຫຼວງວຽງຈັນ , ທາງທີມງານໄດ້ຮັບຂ່າວສານວ່າຊ້ວງພະຍາດລະບາດ ໂຄວິດ-19 ທາງສູນຄົນພິການຕາເພິ່ນຂາດເຂີນຕ້ອງການຄວາມຊ່ວຍເຫຼືອເພາະທຸກທ່ານໄດ້ເປີດຮ້ານນວດແຜນບູຮານຄົນພິການຕາ ຕາມຈຸດຕ່າງໆທົ່ວນະຄອນຫຼວງ

ເພິ່ນໄດ້ປິດບໍລິການໃນຊ້ວງ ໂຄວິດ-19 ທຸກຄົນກໍ່ລ້ວນແຕ່ເຮືອນເຊົ່າເຂົ້າຊື້ ບາງຄອບຄົວກໍ່ບໍ່ມີເງິນທີ່ຈະຊື້ເຂົ້າສານອາຫານແຫ້ງໃນຊ້ວງປິດກິດຈະການຊົ່ວຄາວນີ້ ທາງມູນນິທິພວກເຮົາກໍ່ໄດ້ລົງຊ່ວຍເຫຼືອທຸກຈຸດທຸກຮ້ານທົ່ວເຖິງກັນເປັນທີ່ຮຽບຮ້ອຍແລ້ວ ທາງມູນນິທິກໍ່ປື້ມປິຕິທີ່ໄດ້ເປັນສ່ວນໜຶ່ງທີ່ໄດ້ຊ່ວຍເຫຼືອພວກທ່ານ


ລວມມູນຄ່າຊ່ວຍເຫຼືອແມ່ນ 25.000.000ກີບ

.

.

.

.

.

.

.

.

.

Leave a Reply

Your email address will not be published. Required fields are marked *