ໃນວັນທີ 20 ເມສາ 2020 ເວລາ 16:43 ນາທີ ໄດ້ຮັບແຈ້ງເຂົ້າເບີ 0711625 ວ່າມີຄົນແຂວນຄໍເສຍຊີວິດຢູ່ທີ່ ບ້ານ ພູໝອກ ນະຄອນຫວງພະບາງ ເມື່ອທີມງານຫນ່ວຍກູ້ຊີບອົງການກາແດງລາວ ໄດ້ອອກໄປຮອດສະຖານທີ່ເກີດເຫດພົບເຫັນຜູ້ເສຍຊີວິດ 1 ຄົນ ເພດຊາຍ (ສັນຊາດລາວ) ຊື່ ທ້າວ ໄຊພອນ ອາຍຸ 28 ປີ ບ້ານຢູ່ປັດຈຸບັນ ບ້ານພູຫມອກ ນະຄອນຫລວງພະບາງ ຕາມການບອກເລົ່າຂອງຜູ້ເປັນແມ່ກ່ຽວກັບສາເຫດຄັ້ງນີ້ວ່າ:
ຜູ້ກ່ຽວແມ່ນໄດ້ພົວພັນກັບຢາເສບຕິດ ແລະ ຜິດຖຽງກັບພໍ່ແມ່ ທີ່ຜ່ານມາຜູ້ກ່ຽວແມ່ນໄດ້ຄວາມຄິດທີ່ຈະຂ້າຕົວຕາຍມາກ່ອນຫນ້ານີ້ແລ້ວແຕ່ບໍ່ສຳເລັດເພາະມີຄົນມາພົບເຫັນກ່ອນ.

ສະນັ້ນໜ່ວຍກູ້ຊີບອົງການກາແດງລາວດັ່ງນັ້ນຈຶ່ງເອົາຜູ້ເສຍຊີວິດຂື້ນຈາກນ້ຳ ຈຶ່ງໄດ້ທຳການຫໍ່ສົບຜູ້ເສຍຊີວິດແລ້ວນຳສົ່ງໄວ້ໂຮງເຢັນ ໂຮງໝໍແຂວງຫລວງພະບາງ.
ທາງທີມງານຫນ່ວຍກູ້ຊີບອົງການກາແດງລາວ ຫລວງພະບາງພວກເຮົາຂໍສະແດງຄວາມເສຍໃຈມາຍັງຍາດຕິພີ່ນ້ອງຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິດ້ວຍເທີ້ນ

ພົບເຫັນອຸບັດຕິເຫດ,ເຈັບ- ປ່ວຍ ສຸກເສີນໂທແຈ້ງ ☎️071 1625 ; 030 9211625
ບໍລິການຟີຣ ຕະຫຼອດ24 ຊົ່ວໂມງ.🚑
🚑ທ່ານໃດຢາກຊ່ວຍເຫລືອຫນ່ວຍງານ ສາມາດບໍລິຈາກເຄື່ອງອຸປະຖຳຕ່າງໆເຊັ່ນ: ເຂົ້າສານ,ອາຫານການກິນ,ນ້ຳມັນລົດ ຫລື ອຸປະກອນການແພດຕ່າງໆສາມາດຕິດຕໍ່ເຂົ້າເບີ 0309211625.