ສິງ​ກະ​ໂປພົບ​ຜູ້​ຕິດ​ເຊື້ອ​ໂຄ​ວິດ​-19 ເພີ່ມ​ອີກ 596 ຄົນໃນ​ວັນ​ອາທິດທີ່ຜ່ານມາ ເຮັດໃຫ້​ຍອດຜູ້ຕິດເຊື້ອເພີ່ມ​ຂຶ້ນ​ແຊງ​​ອິນ​ໂດ​ເນ​ເຊຍ​ຂຶ້ນ​ມາ​​ເປັນ​ຊາດ​ອາ​ຊຽນ​ທີ່​ມີ​ຜູ້​ຕິດ​ເຊື້ອ​ສູງສຸດ.

Singapore boldly defies full lockdown, sticks to social distancing | Free  Malaysia Today

ສຳ​ນັກ​ຂ່າວ ແຊນເນນິວອາຊຽນ ລາຍ​ງານ​ວ່າ ກະຊວງ​ສາທາລະນະສຸກ​ຂອງ​ສິງ​ກະ​ໂປ​ເປີດ​ເຜີຍ​ໃນ​ວັນ​​ທີ 19 ເມສາ 2020 ວ່າ​ພົບ​ຜູ້​ຕິດ​ເຊື້ອ​ໄວ​ຣັສໂຄ​ວິດ​-19 ກຸ່ມ​ໃໝ່​ອີກ 596 ຄົນ ຫຼຸດລົງ​ຈາກ​ມື້ວັນ​ເສົາ​​​ທີ່ຜ່ານມາ​ພົບ​ວ່າເພີ່ມຂຶ້ນ​ເຖິງ 942 ຄົນຢ່າງໃດ​ກໍ​ຕາມ ສະ​ຖິ​ຕິ​ດັ່ງ​ກ່າວ​ເຮັດໃຫ້​ຍອດ​ຜູ້​ຕິດ​ເຊື້ອ​​ໃນ​ສິງ​ກະ​ໂປ​ເພີ່ມ​ຂຶ້ນເປັນ 6,588 ຄົນ ແຊງໜ້າ​ປະເທດ​ອິນ​ໂດ​ເນເຊຍ​ເປັນ​ຊາດ​ທີ່​ມີ​ຜູ້​ຕິດ​ເຊື້ອ​ໄວ​ຣັສ​ໂຄວິດ-19 ​​ຫຼາຍ​ທີ່ສຸດ​ໃນ​ພູມມິພາກ​ອາ​ຊຽນ​ແລ້ວ.

Singapore to separate foreign workers due to COVID-19

ກະ​ຊວງ​ສາທາລະນະສຸກ​ຂອງສິງກະໂປລະ​ບຸ​ວ່າ ໃນ​ກຸ່ມ​ຜູ້​ຕິດ​ເຊື້ອ​ກຸ່ມ​ໃໝ່​ມີ 68% ທີ່ຕິດຕໍ່ມາຈາກ​ກຸ່ມ​​ຜູ້​ຕິດ​ເຊື້ອ (cluster) ທີ່​ພົບ​ກ່ອນ​ໜ້າ​ນີ້​ແລ້ວໂດຍ 554 ຄົນ​ກ່ຽວ​ຂ້ອງ​ກັບ​ຜູ້​ຖື​ໃບ​ອະນຸຍາດ​ເຮັດວຽກ​ໃນ​ປະເທດ ທີ່​ອາໄສ​ຢູ່ໃນ​ຫໍ​ພັກ​ແຮງ​ງານ​ຕ່າງ​ຊາດ ສ່ວນ​ໃຫຍ່​ເປັນ​ຄົນ​ໜຸ່ມ​ສາວ ມີ​ອາການ​ປ່ວຍບໍ່ຮ້າຍແຮງ ເຊິ່ງ​ຕອນ​ນີ້​ກຳ​ລັງ​​ແຢກ​ປ່ຽວ​ເພື່ອ​ສັງເກດ​ອາການຢູ່​ພາຍ​ໃນ​ຕຶກອາ​ຄານ​ທີ່​ຈັດ​ຕຽມ​ໄວ້​ໃຫ້​ໃນ​ໂຮງ​ໝໍ

สิงคโปร์ทุ่มงบพิเศษ 4.5 พันล้านจัดการปัญหาไวรัส COVID-19 และ ...

ໃນ​ມື້​ດຽວ​ກັນ ມີລາຍ​ງານ​ຜູ້​ຕິດ​ເຊື້ອ​ໂຄ​ວິດ​-19 ທີ່ໄດ້ຮັບ​ອານຸຍາດໃຫ້ອອກຈາກ​ໂຮງ​ໝໍ​ເພີ່ມອີກ 26 ຄົນ ເຮັດໃຫ້​ຕອນ​ນີ້​ເຫຼືອ​ຜູ້​ປ່ວຍ​ທີ່ຍັງຕ້ອງຮັກສາ​ຕົວ​ຢູ່ໂຮງ​ໝໍ​ອີກ 2,921 ຄົນ ສ່ວນ​ໃຫຍ່​ມີ​ອາການ​ຊົງ​ຕົວ​ ຫຼື ກຳ​ລັງ​ດີ​ຂຶ້ນ ແຕ່​ມີ 22 ຄົນ​ທີ່​ຕ້ອງ​ຢູ່​ຫ້ອງ​ໄອ​ຊີ​ຢູ ໃນຂະນະ​ທີ່​ຈຳນວນ​ຜູ້​ເສຍຊີວິດ​ລ່າ​ສຸດ​ແມ່ນຢູ່​ທີ່ 11 ຄົນ

ທັງ​ນີ້ ທາງ​ການ​ອິນ​ໂດ​ເນເຊຍ​ລາຍ​ງານ​ພົບ​ຜູ້​ຕິດ​ເຊື້ອ​ໂຄ​ວິດ​-19 ກຸ່ມ​ໃໝ່ 327 ຄົນ​ໃນ​ວັນ​ອາທິດ ເຮັດໃຫ້​ຍອດ​ຜູ້​ຕິດ​ເຊື້ອ​ໂຄວິດ​ເພີ່ມ​ເປັນ 6,575 ຄົນ ແລະ ​ມີ​ຜູ້​ເສຍຊີວິດ​ເພີ່ມ​ອີກ 47 ຄົນລວມທັງ​ໝົດ​ເປັນ 582 ຄົນ​​ ປະ​ທານ​ສະມາຄົມ​ແພດ​ອິນ​ໂດ​ເນເຊຍ​ຫາກໍ່​ອອກ​ມາ​ເຕືອນ​ວ່າ ຈຳນວນ​ຜູ້​ເສຍຊີວິດ​ທີ່​ແທ້​ຈິງ​ອາດ​ສູງ​ກວ່າ​ຕົວ​ເລກ​ຢ່າງ​ເປັນ​ທາງ​ການ​ເກືອບ 2 ເທົ່າ

Leave a Reply

Your email address will not be published. Required fields are marked *