ອຸບັດຕິເຫດລົດເກັງເສຍຫຼັກຕຳລົດກະບະໄທເກີ້ແລ້ວຕຳຫຼັກເສົາໄຟ ( ເມົາແລ້ວຂັບຝ່າຝືນ 06/ນຍ )
ໃນວັນທີ 19.04.2020 ເວລາ 18:20 ນາທີ ໃດ້ຮັບແຈ້ງເຫດຜ່ານເບີສຸກເສີນ 020 55330065 – 020 23451624. ວ່າ: ມີລົດເກັງເສຍຫຼັກຕຳລົດກະບະໄທເກີ້ແລ້ວຕຳຫລັກເສົາໄຟເຍືອງທາງ ຢູ່ວົງວຽນຫຼັກ 2 ເມືອງ ທ່າແຂກ ແຂວງຄຳມ່ວນ ເມື່ອໜ່ວຍງານກູ້ໄພພວກເຮົາ ໃດ້ໄປເຖິງຈຸດເກີດເຫດ ກໍພົບເຫັນລົດຄັນດັ່ງກ່າວຢູ່ຈຸດເກີດເຫດ

- ຜູ້ຂັບລົດເກັງ ເພດຊາຍ ມີອາການມຶນເມົາ ບໍ່ໄດ້ຮັບບາດເຈັບ
- ຜູ້ຂັບລົດກະບະໄທເກີ້ ເພດຊາຍ ບໍ່ໄດ້ຮັບບາດເຈັບ
( ໂຊກດີບໍ່ໄດ້ມີຜູ້ບາດເຈັບແລະເສຍຊີວິດ )

ເປັນອຸທາຫອນສອນໃຈວ່າ : ເມົາແລ້ວຂັບເກີດອຸປະຕິເຫດແລະຝ່າຝືນຄຳສັ່ງເລກທີ 06/ນຍແລະການດື່ມສິ່ງມຶນເມົາ …

ອຸບັດຕິເຫດ ເຈັບປ່ວຍສຸກເສີນ ເຫດດ່ວນເຫດຮ້າຍ
ໂທສາຍຕົງ 020 55581624, 020 23451624
020 55330065

(ສາຍດ່ວນ 1624 ໂທຟຣີ) 24ຊົ່ວໂມງ…
ພວກເຮົາເຮັດເພື່ອປະຊາຊົນແລະ ເພື່ອສັງຄົມ ໂດຍບໍ່ຫວັງຜົນຕອບແທນ

ທີມງານຂອງພວກເຮົາ ຍັງໄດ້ບໍລິການຮັບງານ ເຊັ່ນ :
- ງານສະແຕນບາຍຢູ່” ເດີ່ນບານ ເພື່ອໃຫ້ຄວາມສະດວກແກ່ນັກເຕະບານແລະການປະຖົມພະຍາບານຂັ້ນຕົ້ນໃຫ້ນັກກິລາ .
- ງານບຸນແລະງານສົບ “ ຮັບຈັດລົດແຂກທີ່ມາຮ່ວມງານແລະດູແລງານຕາມເຈົ້າພາບທີ່ແນະນຳ …