ລາຍງານຈາກປະຊາຊົນໃຫ້ຮູ້ວ່າ ເວລາປະມານ 19:00 ຂອງວັນທີ 16/04/2020 ໄດ້ມີລົດເສຍຫຼັກຕຳຮ້ານຂາຍໂທລະສັບ ທີ່ບ້ານມ່ວງແກ້ວ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ

ທີ່ເກີດເຫດພົບເຫັນລົດຂົນສົ່ງນ້ອຍທະບຽນ ບໍ່ແກ້ວ ກກ 1685 ໄດ້ຕໍາເອົາຮ້ານຂາຍໂທລະສັບ. ລົດໄດ້ຕໍາເອົາຕູ້ຂາຍເຄື່ອງເສຍຫາຍເກືອບໝົດຮ້ານ.

ມີຜູ່ບາດເຈັບສາຫັດ 3 ຄົນ. ຄົນຂັບ ເພດຊາຍ ອາການສາຫັດຕິດຄາລົດ ແລະ ພະນັກງານຮ້ານ 2 ຄົນທີ່ໄດ້ຮັບບາດເຈັບ. ທາງປະຊາຊົນໄດ້ຊ່ວຍກັນນໍາຄົນເຈັບສົ່ງໂຮງໝໍ.

ສ່ວນສາເຫດ ແລະ ຜົນເສຍຫາຍທັງໝົດເຈົ້າໜ້າທີ່ຈະກວດສອບຕໍ່ໄປ

ລາຍງານໂດຍ: ນັກຂ່າວສັນຈອນ ບໍ່ແກ້ວ

.

.

Leave a Reply

Your email address will not be published. Required fields are marked *