ຄະນະແພດຊ່ຽວຊານກອງທັບ ຫວຽດນາມ ສຳເລັດພາລະກິດຢູ່ລາວຢ່າງຈົບງາມ ແລະ ເດີນທາງກັບປະເທດດ້ວຍຄວາມສະຫວັດດີພາບ.

Lao People’s Army News: ວັນທີ 16 ເມສາ, ທີ່ໂຮງແຮມເມືອງແທັງ ໄດ້ມີພິທີສົ່ງຄະນະຊ່ຽວຊານການແພດກອງທັບປະຊາຊົນຫວຽດນາມຈຳນວນ 7 ສະຫາຍ ກັບຄືນປະເທດ ຢ່າງເປັນທາງການ, ພາຍຫລັງທີ່ໄດ້ເດີນທາງມາປະຕິບັດໜ້າທີ່ ໃຫ້ການຊ່ວຍເຫລືອວຽກງານການຕ້ານ ແລະ ສະກັດກັ້ນ ພະຍາດອັກເສບປອດຈາກເຊື້ອຈຸລະໂລກ ສາຍພັນໃໝ່ (COVID-19) ຢູ່ ສປປ ລາວ, ແຕ່ວັນທີ 7 ເມສາ ເຖິງ 15 ເມສາ 2020. ເປັນກຽດເຂົ້າຮ່ວມຂອງ ສະຫາຍພົນຕີ ປອ ວົງຄຳ ພົມມະກອນ ຫົວໜ້າກົມໃຫຍ່ພະລາທິການກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ, ມີທີ່ປຶກສາທູດຝ່າຍປ້ອງກັນຊາດ ສສ ຫວຽດນາມ ປະຈຳ ລາວ ແລະ ພະນັກງານພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມພີທີສົ່ງຄັ້ງນີ້ຢ່າງພ້ອມພຽງ.


ໃນໂອກາດນີ້, ສະຫາຍ ຫົວໜ້າ ກົມໃຫຍ່ພະລາທິການກອງທັບປະຊາຊົນລາວ ໄດ້ຕາງໜ້າລັດຖະບານ, ກະຊວງປ້ອງກັນປະເທດ,ຄະນະສະເພາະກິດກະຊວງປ້ອງກັນປະເທດ,ພະນັກງານແພດໝໍ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງມາຍັງກະຊວງປ້ອງກັນປະເທດຫວຽດນາມກໍຄື ພັກ ແລະ ລັດຖະບານ ສສຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫລືອສະໜັບສະໜູນ ສປປ ລາວ ຕະຫລອດໄລຍະຜ່ານມາ ໂດຍໄດ້ສົ່ງຄະນະຊ່ຽວຊານການແພດທະຫານຜູ້ທີ່ມີຄວາມຮູ້ ມີປະສົບການສູງ ພ້ອມທັງໄດ້ນຳເອົາອຸປະກອນການແພດທີ່ຈຳເປັນຕ່າງໆມີມູນຄ່າມະຫາສານ ມາຊ່ວຍເຫລືອແກ່ກອງທັບປະຊາຊົນລາວກໍຄືປະຊາຊົນລາວ ເພື່ອນຳໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (Covid-19) ທີ່ກຳລັງແຜ່ລະບາດຢູ່ ສປປ ລາວ ແລະ ໃນທົ່ວໂລກ.
ຕະຫລອດໄລຍະການປະຕິບັດໜ້າທີ່ຂອງຄະນະຊ່ຽວຊານການແພດຫວຽດນາມ ໄດ້ຮ່ວມເຮັດວຽກກັບແພດຝ່າຍລາວ ທັງຢູ່ຂັ້ນສູນກາງ ແລະ ບັນດາແຂວງ ທັງພາກກາງ-ພາກໃຕ້ ເພື່ອຍົກລະດັບຄວາມຮູ້ຄວາມສາມາດ, ມາດຕະການ ແລະ ມາດຕະຖານໃນການປ້ອງກັນພະຍາດ Covid-19 ຂອງລາວເຮົາໃຫ້ສູງຂຶ້ນ,

ເປັນຕົ້ນແມ່ນ ໄດ້ຈັດການຝຶກອົບຮົມ, ຖ່າຍຖອດບົດຮຽນ ແລະ ປະສົບການຕົວຈິງ, ທັງໃຫ້ຄຳປຶກສາ ແລະ ແນະນຳ, ປັບປຸງແບບແຜນວິທີເຮັດວຽກ, ຄຸ້ມຄອງກໍລະນີຜູ້ຖືກສົງໄສ, ການຮັກສາອະນາໄມສິ່ງແວດລ້ອມ, ອາຄານສະຖານທີ່, ວິທີການກວດກາຊອກຫາເຊື້ອຈຸລະໂລກ Covid-19 ແລະ ການປິ່ນປົວພະຍາດ ດ້ວຍການນໍາໃຊ້ຢາຫລວງ-ຢາພື້ນເມືອງ ລວມມີ ປຶ້ມຄູ່ມືຈຳນວນໜື່ງ ເພື່ອໃຫ້ແພດຝ່າຍລາວ ນໍາໄປຈັດຕັ້ງປະຕິບັດໃຫ້ມີປະສິດທິພາບ ແລະໄດ້ຮັບປະສິດທິຜົນສູງສຸດ.

ນອກນີ້, ຄະນະຊ່ຽວຊານການແພດດັ່ງກ່າວ ຍັງໄດ້ລົງໄປຢ້ຽມຢາມ, ກວດກາຄວາມພ້ອມ ແລະ ການໃຫ້ບໍລິການປິ່ນປົວຄົນເຈັບ ທີ່ເປັນພະຍາດ Covid-19 ຢູ່ບັນດາໂຮງໝໍສູນກາງ ສຍາມຫລາຍແຫ່ງ ແລະ ສູນຈຳກັດບໍລິເວນຫລາຍແຫ່ງ ຢູ່ນະຄອນຫລວງວຽງຈັນແລະກົມກອງທ້ອງຖີ່ນ ພ້ອມທັງໃຫ້ຄຳປຶກສາ ແນະນຳຕ່າງໆໃນການຮັບມື ແລະ ຮັບປະກັນບໍ່ໃຫ້ມີການແຜ່ລະບາດຂອງພະຍາດນີ້ໃນວົງກວ້າງ.


ສະຫາຍຫົວໜ້າກົມໃຫຍ່ພະລາທິການ ຍັງໄດ້ອວຍພອນໃຫ້ຄະນະຊ່ຽວຊານການແພດທະຫານ ກອງທັບປະຊາຊົນຫວຽດນາມ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ, ອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ,ຄວາມສາມັກຄີແບບພິເສດ, ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ ໃຫ້ນັບມື້ຈະເລີນງອກງາມ ແລະ ທະວີຄູນຂຶ້ນໄປເລື້ອຍໆ.


ຈິດ ເພັດພູທອງ

Leave a Reply

Your email address will not be published. Required fields are marked *