1624 ລາຍງານໃຫ້ຮູ້ວ່າ ໃນວັນທີ່ 15/04/2020 ເວລາ 16:53 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າ ມີອຸບັດຕິເຫດລົດຈັກຕຳກັບລົດໃຫຍ່ ຢູ່ບ້ານປ່າຫວ້າ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ

ຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບເປັນ 01ຄົນ ເປັນເພດຊາຍ ອາຍຸ 19ປີ ຢູ່ບ້ານ ນ້ອຍຄໍາຈະເລີນ ເມື່ອກູ້ໄພໄປເຖີງພົບເຫັນ

ອາການເບື້ອງຕົ້ນແມ່ນ ບາດແຜເປີດໃຫຍ່ຢູ່ຫົວ,ຂາຫັກທັງສອງດ້ານ ກຳມະຈອນຊິດອ່ອນ ພວກເຮົາຈື່ງໄດ້ປະຖົມພະຍາບານຂັ້ນເບື້ອງຕົ້ນ ແລະ ໄດ້ທຳການນວດຫົວໃຈ (CPR) ແລ້ວບໍ່ສາມາດຊ່ວຍຊິວິດໄດ້ຈື່ງມ້ຽນຄັບແທ່ນສົບແລ້ວນຳສົ່ງໄປຄອບຄົວເພື່ອປະກອບພິທີທາງສາສະໜາຕໍ່ໄປ

ສ່ວນສາເຫດຂອງການເກີດອຸບັດຕິເຫດ, ທາງເຈົ້າໜ້າທີ່ຈະສືບສວນຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.

ອຸປະຕິເຫດສຸກເສີນໂທ : 🚑 1624 🚑
ຖ້າທ່ານໃດຕ້ອງຢາກເປັນສ່ວນໜື່ງໃນການຊ່ວຍເຫຼືອໜ່ວຍງານພວກເຮົາໃນການບໍລິຈາກ
- ອຸປະຖຳຕ່າງໆເຊັ່ນ : ເຂົ້າສານ,ອາຫານການກີນ
- ອຸປະກອນການແພດຕ່າງໆ
ສາມາດເຂົ້າມາໄດ້ພົວພັນທີ່: ສູນສັງການ ບ້ານໂພນພະເນົາເມືອງໄຊເສດຖາ ນະຄອນຫຼວງວຽງຈັນ