ລາຍງານຈາກປະຊາຊົນໃຫ້ຮູ້ວ່າ ເວລາປະມານ 18:00 ວັນທີ່ 14 ເມສາ 2020 ເກີດເຫດລົດກະບະ ຕໍາລົດຈັກ ເຮັດໃຫ້ ສາມແມ່ລູກ ເສຍຊິວິດ

ຂໍ້ມູນໃຫ້ຮູ້ວ່າ ລົດກະບະແມ່ນຂັບໂດຍຄົນຫວຽດນາມ ໄດ້ເສຍຫຼັກ ຕໍາກັບ ລົດຈັກ ທີ່ສາມແມ່ລູກຂີ່ມານໍາກັນ.
ຈຸດເກີດເຫດແມ່ນທາງເຂດເມືອງພູວົງ ແຂວງອັດຕະປື.

ທາງເຈົ້າໜ້າທີ່ຈະດໍາເນີນການກວດສອບຕາມຂັ້ນຕອນຂອງກົດໝາຍຕໍ່ໄປ. ສະແດງຄວາມເສຍໃຈກັບເຫດການຄັ້ງນີ້.
