ວັນທີ 15 ເມສາ 2020 ນີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ວ່າ: ປັດຈຸບັນ ສະພາບການແຜ່ລະບາດເຊື້ອໂຄວິດ-19 ຍັງມີທ່າອ່ຽງເພີ່ມຂື້ນ ມີຜູ້ຕິດເຊື້ອແລ້ວ 19 ກໍລະນີ ແລະ ສາມາດປິ່ນປົວຫາຍດີ 1 ກໍລະນີ, ແຕ່ເຖິງແນວໃດກໍດີ ສະພາບການແຜ່ເຊື້ອອາດຈະຂະຫຍາຍກວ້າງ,
ສະນັ້ນ ລັດຖະບານ ໄດ້ຕົກລົງໃຫ້ມີການສືບຕໍ່ປະຕິບັດຢ່າງເຂັ້ມງວດ ແລະ ຖືກ ຝຕ້ອງຕາມຄຳສັ່ງ ເລກທີ 06/ນຍ ລົງວັນທີ 29 ມີນາ 2020 ແລະ ບັນດານິຕິກໍາ, ຂໍ້ແນະນຳ ຂອງຄະນະສະເພາະກິດ ໃນການປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂ ການລະບາດຂອງ ໂຄວິດ-19 ຈະແກ່ຍາວໄປຕື່ມອີກ 14 ວັນ ຈົນຮອດວັນທີ 3 ພຶດສະພາ 2020 ແລະ ຖ້າມີການປ່ຽນແປງແນວໃດຈະແຈ້ງຕື່ມ.

ລາຍງານໂດຍ: VTE9