ໃນວັນທີ 13 ເມສາ 2020 ທີມງານຫນ່ວຍກູ້ຊີບອົງການກາແດງລາວ ແຂວງຫລວງພະບາງ ຂໍສະແດງຄວາມຂອບໃຈມາຍັງ ອົງການກາແດງສະວິດສ໌ ໄດ້ປະກອບສ່ວນມອບອຸປະກອນຊ່ວຍເຫລືອໃຫ້ກັບຫນ່ວຍກູ້ຊີບອົງການກາແດງປະກອບມີ:

  • ເຄື່ອງວັດອຸນນະພູມ 01 ເຄື່ອງ
  • ຈັກຜົ່ນຢາ 01 ເຄື່ອງ
  • ຫນ້າກາກອະນາໄມ 04 ກັບ
  • ເຈວລ້າງມື 02 ກ່ອງ
  • ຊຸດປ້ອງກັນ 10 ຊຸດ
  • ແວ່ນຕາປ້ອງກັນ 10 ອັນ
  • ເກີບໂບກ 10 ຄູ່
  • ຜ້າປິດປາກ N95 10 ອັນ
  • ເປັນເງິນຈຳນວນ 5.370.000ກີບ


ສະນັ້ນທາງໜ່ວຍກູ້ຊີບອົງການກາແດງແຂວງຫຼວງພະບາງຂໍອວຍພອນໄຊໃຫ້ທ່ານຈົ່ງມີແຕ່ຄວາມສຸກຄວາມຈະເລີນທາງດ້ານໜ້າທີ່ການງານ, ການເງິນ ແລະ ຄອບຄົວຈົ່ງມີແຕ່ຄວາມສຸກກາຍສະບາຍໃຈ ປາຖະໜາສິ່ງໃດຂໍໃຫ້ໄດ້ດັ່ງສົມປາຖະໜາ ດ້ວຍເທີ້ນ🙏🙏🙏

ພົບອຸບັດຕິເຫດ ຫຼື ເຈັບປ່ວຍສຸກເສີນໂທ

0711625 ຫຼື 030 9211625

ບໍລິການຟຣີຕະຫຼອດ 24 ຊົ່ວໂມງ

🚑ທ່ານໃດຢາກຊ່ວຍເຫລືອຫນ່ວຍງານ ສາມາດ​ບໍ​ລິຈາກເຄື່ອງອຸປະຖຳຕ່າງໆເຊັ່ນ: ເຂົ້າ​ສານ,​ອາຫານການກິນ,​ນ້ຳມັນລົດ ຫລື ອຸປະກອນ​ການແພດຕ່າງໆສາມາດຕິດຕໍ່ເຂົ້າເບີ 0309211625.

Leave a Reply

Your email address will not be published. Required fields are marked *