Lao National Radio: ທ່ານນາງອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວໃຫ້ຮູ້ວ່າ: ຕໍ່ໜ້າສະພາບການທີ່ເຄັ່ງຮ້ອນທີ່ສຸດທີ່ມີພະຍາດຮ້າຍແຮງກຳລັງແຜ່ລະບາດຢູ່ໃນປະຈຸບັນ, ຈໍານວນແພດໝໍຜັດມີໜ້ອຍ ແລະ ບໍ່ພຽງພໍສຳລັບປິ່ນປົວຜູ້ຕິດເຊື້ອ; ຖ້າຫາກພົບກໍລະນີມີຜູ້ຕິດເຊື້ອພະຍາດ ໂຄວິດ-19 ຜູ້ໃດໜຶ່ງ, ຜູ້ທີ່ໃກ້ຊິດຢູ່ອ້ອມຂ້າງຜູ້ກ່ຽວກໍ່ຈະຕ້ອງຖືກແຍກປ່ຽວ ແລະ ຖືກກັກກັນຕົນເປັນເວລາ 14 ມື້ ໂດຍທັນທີ ເຊັ່ນດຽວກັບບັນດາແພດໝໍ. ຍ້ອນແນວນັ້ນ, ກະຊວງສາທາລະນະສຸກ ຈຶ່ງຂໍນໍາໃຊ້ ສູນຝຶກອົບຮົມ ຂອງສູນກາງສະຫະພັນແມ່ຍິງລາວ (ບ້ານໂພນທັນ) ເປັນການຊົ່ວຄາວເພື່ອກັກກັນບັນດາແພດໝໍທີ່ສໍາເລັດໜ້າທີ່ການປິ່ນປົວຄົນເຈັບ ກ່ອນຈະກັບຄືນໄປຫາຄອບຄົວ.

ທ່ານນາງອິນລາວັນ ແກ້ວບຸນພັນ ໃຫ້ຮູ້ອີກວ່າ ເນື່ອງຈາກສູນຝຶກອົບຮົມແຫ່ງນີ້ ເປັນອາຄານ 5 ຊັ້ນທີ່ໄດ້ມາດຖານດີສົມຄວນ ເພື່ອຮັບມືກັບການລະບາດຂອງພະຍາດ ໂຄວິດ-19 ແລະ ຮອງຮັບພະນັກງານວິຊາການແພດໝໍທີ່ຈະມາພັກ ກັກກັນຢູ່ສູນແຫ່ງນີ້ ງວດທໍາອິດ ຈໍານວນ 34 ທ່ານ, ທາງສູນກໍ່ມີຄວາມກຽມພ້ອມທີ່ຈະປັບປຸງສິ່ງອໍານວຍຄວາມສະດວກຕ່າງໆເພື່ອຮອງຮັບບັນດາແພດໝໍທີ່ຈະມາພັກ ແລະ ຖືກກັກກັນ ເປັນເວລາ 14 ມື້.
