ກະຊວງແຮງງານແຈ້ງ ໄລຍະພັກບຸນປີໃໝ່ນີ້ ຫົວໜ່ວຍທຸລະກິດ ຕ້ອງຈ່າຍຄ່າແຮງງານໃຫ້ຜູ້ອອກແຮງງານເຕັມຕາມປົກກະຕິ !
ກະຊວງແຮງງານ ແລະ ສະຫວັດດີການ ອອກແຈ້ງການ ເລກທີ 1114/ຮສສ, ນະຄອນຫຼວງວຽງຈັນ, ວັນທີ 11 ເມສາ 2020 ເຖິງພະແນກແຮງງານ ແລະ ສະຫວັດດີການແຂວງ ແລະ ນະຄອນຫຼວງວຽງຈັນ ເລື່ອງການຈັດຕັ້ງປະຕິບັດມາດຕະການແຮງງານ ເພື່ອປ້ອງກັນແລະ ຄວມຄຸມການແຜ່ລະບາດພະຍາດໂຄວິດ-19.
ໃນຊ່ວງໄລຍະພັກບຸນປີໃໝ່ລາວປີນີ້ ແຕ່ວັນທີ 13-19 ເມສາ 2020, ຫົວໜ່ວຍທຸລະກິດ, ການ
ຜະລິດ ແລະ ການບໍລິການ ຕ້ອງຈ່າຍຄ່າແຮງງານໃຫ້ຜູ້ອອກແຮງງານເຕັມຕາມປົກກະຕິ, ຖ້າຫົວ
ໜ່ວຍແຮງງານ ໃດມີຜູ້ອອກແຮງງານພັກເຊົາຢູ່ໃນຫໍພັກ ກໍໃຫ້ມີການຄຸ້ມຄອງຢ່າງເອົາໃຈໃສ່ ໂດຍໃຫ້
ມີການແຕ່ງຕັ້ງຜູ້ຮັບຜິດຊອບຕິດຕາມດູແລ ຜູ້ອອກແຮງງານດັ່ງກ່າວ ເພື່ອໃຫ້ປະຕິບັດຕາມລະບຽບ
ການຂອງຂັ້ນເທິງຢ່າງເຂັ້ມງວດ
ອ່ານລາຍລະອຽດຂອງແຈ້ງການລຸ່ມນີ້

