ເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນຄັ້ງວັນທີ 3 ເມສາ 2020 ໃນເວລາປະມານ 12:00 ໂມງ ສື່ສັງຄົມອອນໄລ ເຟສບຸກ ໄດ້ລົງຂ່າວປອມ ກ່ຽວກັບ ສປປ ລາວ ພົບເຊື້ອເພີ່ມອີກ 10 ຄົນ ລວມເປັນ 20 ຄົນ; ໃນນີ້, ນະຄອນຫຼວງວຽງຈັນ 15 ຄົນ ແລະ ຫຼວງພະບາງ 5 ຄົນ ເຊິ່ງຂ່າວດັ່ງກ່າວ ແມ່ນຂ່າວປອມ. ຈາກນັ້ນ, ເຈົ້າໜ້າທີ່ວິຊາສະເພາະ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ສາມາດຊອກຮູ້ໄດ້ວ່າ: ຜູ້ທີ່ປ່ອຍຂ່າວປອມແມ່ນມາຈາກເຟດສບຸກຊື່: “Nong Phoudthasone” ແລະ ຕົກມາໃນວັນທີ 4 ເມສາ 2020; ເຈົ້າໜ້າທີ່ສາມາດຕິດຕາມຕົວເຈົ້າຂອງເຟດສໂສບຸກ ຄື: ນາງ ພຸດທະສອນ ອາຍຸ 31 ປີ ຢູ່ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ພະນັກງານບໍລິດສັດແຫ່ງໜຶ່ງ ມາສອບສວນ.

ຜ່ານການສອບສວນຂອງເຈົ້າໜ້າທີ່ ຜູ້ກ່ຽວຍອມຮັບວ່າ: ຕົນເອງເປັນຜູ້ທໍາອິດທີ່ໄດ້ໂພດສຂ່າວປອມທັງດັ່ງກ່າວແທ້ ໂດຍເອົາມາຈາກກຸ່ມທີ່ສົ່ງຕໍ່ກັນມາ, ແຕ່ບໍ່ໄດ້ເປັນຜູ້ສ້າງຂ່າວຂຶ້ນເອງ, ຕໍ່ມາເຈົ້າໜ້າທີ່ໄດ້ຕິດຕາມຕົວໄດ້ສໍາເລັດ; ມາໃນວັນທີ 11 ເມສາ 2020, ນາງ ພຸດທະສອນ ກໍໄດ້ອອກມາຂໍໂທດສັງຄົມ, ການຈັດຕັ້ງທຸກພາກສ່ວນ ແລະ ພໍ່-ແມ່ປະຊາຊົນ ສິ່ງທີ່ໂພສລົງເຟດສບຸກນັ້ນ ບໍ່ຖືກຕ້ອງຕາມຄວາມເປັນຈິງ ທັງເປັນການກະທຳຜິດຕໍ່ກົດໝາຍບ້ານເມືອງ, ເຮັດໃຫ້ສັງຄົມແຕກຕື່ນ, ກັງວົນຕໍ່ການຕິດເຊື້ອ ແລະ ບໍ່ໃຫ້ສັງຄົມເອົາເປັນແບບຢ່າງ, ຄວນເສບຂ່າວຈາກຂໍ້ມູນ ແລະ ແຫຼ່ງຂ່າວຈາກທາງການທີ່ເຊື່ອຖືໄດ້.

ຂໍ້ມູນຂ່າວປ້ອງກັນຄວາມສະຫງົບ 👇👇 https://www.lsecuritynews.com/48867/

Leave a Reply

Your email address will not be published. Required fields are marked *