
ໃນຕອນເຊົ້າວັນທີ 11 ເມສາ 2020 ນີ້ ທ່ານ ທອງສຸກ ສົມພາວັນ ເຈົ້າເມືອງ ເມືອງແອດ, ແຂວງຫົວພັນ ພ້ອມຄະນະໄດ້ລົງເຄື່ອນໄຫວແຈກຢາຍຜ້າອັດປາກອະນາໄມໃຫ້ປະຊາຊົນແລະ ຊາວຄ້າຂາຍ ເພື່ອປ້ອງກັນແລະ ສະກັດກັ້ນພະຍາດໂຄວິດ-19 ຢູ່ຕະຫລາດເມືອງແອດ, ແຂວງຫົວພັນ.

ການລົງເຄື່ອນແຈກຢາກຄັ້ງນີ້ຍ້ອນເຫັນໄດ້ໄພອັນຕະລາຍ ຂອງພະຍາດໂຄວິດ-19 ແລະຍ້ອນ ຄວາມເປັນຫ່ວງເປັນໄຍຂອງການນຳເມືອງ ທີ່ມີຕໍ່ປະຊາຊົນພາຍໃນເມືອງແອດ ນອກຈາກນັ້ນ ກໍເປັນການຜັນຂະຫຍາຍຕາມຄໍາສັ່ງ-ແຈ້ງການຂອງລັດຖະບານ ແລະ ທິດຊີ້ນໍາຂອງທ່ານ ນົກຍົກລັດຖະມົນຕີ ໃຫ້ແຈກຢາຍຜ້າອັດປາກອະນາໄມໃຫ້ປະຊາຊົນເພື່ອຮັບປະກັບຄວາມປອດໄພ ແລະ ສະກັດກັ້ນໂຄວິດ ເຖີງແມ່ນວ່າຜ້າອັດປາກມີບໍ່ຫລາຍ ແຕ່ພວກເຮົາຕັ້ງໃຈປະກອບສ່ວນ ແລະ ສົ່ງເສີມຂະບວນການຕ້ານພະຍາດໂຄວິດ-19.

ຂ່າວ: ເມືອງແອດ