ລາຍງານຈາກປະຊາຊົນໃຫ້ຮູ້ວ່າ
ເວລາປະມານ 16:30 ນາທີ ວັນທີ່ 10 ເມສາ 2020 ໄດ້ເກີດເຫດຟ້າຜ່າປະຊາຊົນບ້ານນໍ້າຊົ້ງ, ເມືອງປາກລາຍ, ແຂວງໄຊຍະບູລີ

ຜູ່ເຄາະຮ້າຍ ເປັນເພດຍິງອາຍຸປະມານ 50ປາຍປີ ເສຍຊີວິດຄາທີຢູ່ກາງຫາດຊາຍແມ່ນໍ້າຂອງ.
ຈາກການເລົ່າຂອງຜູ່ຢູ່ໃນເຫດການ: ຜູ່ເສຍຊິວິດ ແລະ ຄົນໄທບ້ານພາກັນ ຂີ່ເຮືອໄປຝັ່ງຂອງອີກຟາກ ແລ້ວເກີດມີຟ້າລົມຝົນຕົກ, ຈິ່ງໄດ້ພາກັບກັບຄືນມາ. ພໍມາຮອດຄົນອື່ນໆ ພາກັນອອກເຮືອ ຂຶ້ນມາແຄມຝັ່ງ, ສ່ວນຜູ່ເສຍຊີວິດແມ່ນ ແມ່ນກໍາລັງ ລ້າງຕີນລ້າງມື ຢູ່ແຄມນໍ້າ. ຈາກສັ່ນໄດ້ເກີດຟ້າຜ່າລົງມາ ເຮັດໃຫ້ຜູ່ກ່ຽວຖືກກະແສໄຟຊ໋ອດ ຈົນເສຍຊິວິດ.
ສະແດງຄວາມເສຍໃຈກັບເຫດການຄັ້ງນີ້
