ໃນຕອນບ່າຍຂອງວັນທີ່ 09 ເມສາ 2020
ແພດທີມ 2 ໄດ້ສຳເລັດການປະຕິບັດໜ້າທີ່ໃນຫອ້ງແຍກປ່ຽວເປັນເວລາ 7 ວັນ ຫຼັງຈາກນີ້ກໍ່ຈະໄດ້ ເກັບຕົວໃນການເຝົ້າລະວັງຕົນເອງ 14 ວັນ ໃນນາມຄະນະພັກ ຄະນະອຳນວຍການໂຮງໝໍຕະຫຼອດຮອດພະນັກງານລັດຖະກອນ ທຸກຄົນພາຍໃນໂຮງໝໍແຂວງ ຂໍສະແດງຄວາມຊົມເຊີຍທ່ານທີ່ໄດ້ປະຕິບັດໜ້າທີ່ຂອງຕົນດວ້ຍຄວາມຮັບຜິດຊອບສູງ ແລະຂໍອວຍໄຊໃຫ້ພອນແກ່ທ່ານຈົ່ງມີສຸຂະພາບແຂງແຮງ ປະສົບຜົນສຳເລັດໃນໜ້າທີ່ວຽກງານແລະຄອບຄົວຂໍໃຫ້ສີ່ງສັກສິດຈົ່ງຄຸ້ມຄອງທຸກທ່ານດ້ວຍເຖີດ.
➡️ຖ້າຫາກທ່ານໃດມີຈິດໃຈສັດທາຢາກບໍລິຈາກວັດຖຸປັດໃຈເຊັ່ນ:ອາຫານ,ກາເຟ,ໂອວານຕິນ,ຜ້າອັດປາກ,ເຫຼົ້າ90ໍແລະອຸປະກອນການແພດອື່ນໆ
➡️ຕິດຕໍ່ໄດ້ທີ່ເບີໂຮງໝໍແຂວງຫຼວງພະບາງ0305715738
