ເພື່ອເປັນສ່ວນໜຶ່ງໃນການຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ທີ່ກຳລັງແຜ່ລະບາດໃນປັດຈຸບັນ, ທັງເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນສ້າງຕັ້ງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 65 ປີ ແລະ ທັງເປັນການຊົມເຊີຍວັນສ້າງຕັ້ງກຳລັງປ້ອງການຄວາມສະຫງົບ ຄົບຮອບ 59 ປີ.

ໃນວັນທີ 10 ເມສາ 2020 ນີ້, ສາມອົງການຈັດຕັ້ງມະຫາຊົນ ກະຊວງການເງິນ, ຕາງໜ້າໂດຍສະຫາຍ ສົມຈິດ ຄຳມຸງຄຸນ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງການເງິນ, ໄດ້ນຳເອົາຜ້າປິດປາກ-ດັງຈຳນວນ 3.400 ອັນ,ນ້ຳດື່ມຈໍນວນ 200 ແກັດ, ມອບໃຫ້ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ເພື່ອນຳໄປແຈກຢາຍໃຫ້ມວນຊົນທົ່ວໄປ ແລະ ນໍ້າດື່ມເພື່ອຊຸກຍູ້ໃຫ້ກໍາລັງໃຈເຈົ້າໜ້າທີ່ຕໍາຫຼວດທີ່ປະຕິບັດໜ້າທີ່ຢູ່ຈຸດກວດກາຕ່າງໆໃນນະຄອນຫຼວງວຽງຈັນ,ໂດຍການກ່າວຮັບຂອງສະຫາຍ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ, ຊຶ່ງມີຕາງໜ້າຈາກສະຫະພັນກໍາມະບານ, ສະຫະພັນແມ່ຍິງ ແລະ ສະມາຊິກຊາວໜຸ່ມເຂົ້າຮ່ວມ.

ສຳລັບຜ້າປິດປາກ-ດັງ ແລະ ນ້ຳດື່ມທີີ່ນຳມາມອບໃນຄັ້ງນີ້, ໄດ້ລະດົມທຶນນຳບັນດາໜ່ວຍຂອງສາມອົງການຈັດຕັ້ງມະຫາຊົນ ອ້ອມຂ້າງກະຊວງການເງິນ, ເພື່ອນຳໄປຊື້ຜ້າປິດປາກ-ດັງແຈກຢາຍໃຫ້ມວນຊົນທົ່ວໄປ ແລະ ນໍ້າດື່ມເພື່ອຊຸກຍູ້ໃຫ້ກໍາລັງໃຈເຈົ້າໜ້າທີ່ຕໍາຫຼວດທີ່ປະຕິບັດໜ້າທີ່ຢູ່ຈຸດກວດກາຕ່າງ. ປະກອບມີຜ້າປິດປາກ-ດັງຈຳນວນ 3.400 ອັນມູນຄ່າ 8,5 ລ້ານກີບ, ນໍ້າດື່ມຈຳນວນ 200 ແກັດມູນຄ່າ 6,4 ລ້ານກີບລວມມູນຄ່າທັງໝົດ 14,9 ລ້ານກວ່າກີບ.

ຊຶ່ງພາຍຫຼັງພິທີມອບ-ຮັບ, ຊາວໜຸ່ມກະຊວງການເງິນ ສົມທົບກັບ ຊາວໜຸ່ມສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ຊາວໜຸ່ມກະຊວງປ້ອງກັນຄວາມສະຫງົບ, ນຳເອົາຜ້າປິດປາກ-ດັງໄປແຈກຢາຍໃຫ້ແກ່ມວນຊົນທົົ່ວໄປຢູ່ດ້ານໜ້າກະຊວງການເງິນ ແລະ ນໍ້າດື່ມໄປແຈກນໍ້າໃຫ້ກຳລັງປ້ອງກັນຄວາມສະຫງົບຕາມແຕ່ລະຈຸດປະຈຳການ.
ພາບ-ຂ່າວ: ຫັດທະພອນ
