ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມທາງໄກ (Video Conference) ສະພາປະສານງານ ອາຊຽນ ຄັ້ງທີ 25 ໃນວັນທີ 09 ເມສາ 2020 ທີ່ ກະຊວງການຕ່າງປະເທດ, ນະຄອນຫຼວງວຽງຈັນ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມທາງໄກ ສະພາປະສານງານອາຊຽນ ຄັ້ງທີ 25 (25th Meeting of the ASEAN Coordinating Council (ACC)) ພາຍໃຕ້ການເປັນປະທານຂອງຫວຽດນາມ ໃນຖານະປະທານໝູນວຽນອາຊຽນ ປີ 2020 ໂດຍມີການເຂົ້າຮ່ວມຂອງບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ເລຂາທິການໃຫຍ່ອາຊຽນ. ກອງປະຊຸມໄດ້ຮັບຊາບ ແລະ ຕີລາຄາສູງ ຕໍ່ຄວາມພະຍາຍາມຂອງແຕ່ລະປະເທດສະມາຊິກອາຊຽນ ກໍຄືອາຊຽນໂດຍລວມ ໃນການປ້ອງກັນ, ຄວບຄຸມ ແລະ ຮັບມືກັບພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃຫມ່ ຫຼື ໂຄວິດ-19, ເຊິ່ງສະແດງອອກໃນຜົນສຳເລັດຂອງກອງປະຊຸມສະໄໝພິເສດ ສະພາປະສານງານອາຊຽນ ກ່ຽວກັບ ພະຍາດໂຄວິດ-19 ດັ່ງກ່າວ ທີ່ຈັດຂຶ້ນໃນເດືອນກຸມພາ ຜ່ານມາ ຢູ່ ສປ ລາວ ກໍຄື ກອງປະຊຸມທາງໄກໜ່ວຍງານວິຊາການຂອງສະພາປະສານງານອາຊຽນ ວ່າດ້ວຍ ການຊ່ວຍເຫຼືອສຸກເສີນດ້ານສາທາລະນະສຸກ ຄັ້ງທຳອິດ ໃນທ້າຍເດືອນມີນາ ລວມທັງບັນດາກອງປະຊຸມທາງໄກຂອງຂະແໜງການກ່ຽວຂ້ອງ ທັງລະດັບລັດຖະມົນຕີ ແລະ ລະ ດັບວິຊາການ ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການຮັດແໜ້ນຄວາມພະຍາຍາມລວມຂອງອາຊຽນໃນການຮັບມືກັບພະຍາດດັ່ງກ່າວ. ພ້ອມນີ້, ກອງປະຊຸມ ຍັງໄດ້ຮັບຊາບການລາຍງານສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ແຕ່ລະປະເທດສະມາຊິກອາຊຽນ ລວມທັງຢູ່ ສປປ ລາວ ເຮົາ ແລະ ໄດ້ປຶກສາຫາລື, ແລກປ່ຽນບົດຮຽນ ແລະ ປະສົບການຮ່ວມກັນ ໃນການສະກັດກັ້ນ, ຄວບຄຸມ ແລະ ຈໍາກັດການແຜ່ລະບາດຂອງພະຍາດໂຄວິດ-19. ພິເສດ, ໄດ້ເປັນເອກະພາບກັນສືບຕໍ່ເສີມຂະຫຍາຍການຮ່ວມມືພາຍໃນອາຊຽນ, ອາຊຽນ ກັບຄູ່ເຈລະຈາ ແລະ ຄູ່ຮ່ວມມື ລວມທັງກັບອົງການຈັດຕັ້ງສາກົນ ໂດຍສະເພາະອົງການອະນາໄມໂລກ ໂດຍຜ່ານບັນດາກົນໄກຮ່ວມມືອາຊຽນທີ່ມີຢູ່. ນອກນັ້ນ, ກໍຢືນຢັນສືບຕໍ່ຮັດແໜ້ນການຮ່ວມມືເພື່ອຮັບປະກັນສະຖຽນລະພາບທາງດ້ານເສດຖະກິດຂອງພາກພື້ນ ໂດຍສະເພາະໃຫ້ສາມາດຮັກສາໄດ້ການສະໜອງແບບຕ່ອງໂສ້ດ້ານການຄົມມະນາຄົມຂົນສົ່ງ, ການບໍລິການ ແລະ ການສະໜອງສິນຄ້າອຸປະໂພກ-ບໍລິໂພກ, ຢາປົວພະຍາດ ແລະ ອຸປະກອນການແພດທີ່ຈໍາເປັນ.


ໃນກອງປະຊຸມຄັ້ງນີ້, ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ, ກໍໄດ້ປະກອບຄຳຄິດຄຳເຫັນ ແລະ ແລກປ່ຽນບົດຮຽນທີ່ດີ ຕໍ່ຄວາມພະຍາຍາມຂອງ ສປປ ລາວ ໃນການປ້ອງກັນ, ຄວບຄຸມ ແລະ ຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19: 1). ໄດ້ແຕ່ງຕັ້ງຄະນະສະເພາະກິດລະດັບຊາດ, ກະຊວງ, ແຂວງ ແລະ ເມືອງ ເພື່ອຕິດຕາມ ແລະ ສະກັດກັ້ນທ່າອ່ຽງການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງໃກ້ຊິດ ແລະ ທັນການ; 2). ດໍາເນີນມາດຕະການ “ປິດປະເທດ” (lockdown) ໄລຍະແຕ່ວັນທີ 1-19 ເມສາ 2020, ເຊິ່ງລວມມີການປິດດ່ານທ້ອງຖິ່ນ, ດ່ານປະເພນີ ແລະ ດ່ານສາກົນ, ໃຫ້ປະຊາຊົນຢູ່ເຮືອນ, ໃຫ້ພະນັກງານເຮັດວຽກຢູ່ເຮືອນ, ຢຸດຕິການຊຸມນຸມຕ່າງໆຫຼາຍກວ່າ 10 ຄົນ, ປິດໂຮງຮຽນ ແລະ ສະຖາບັນການສຶກສາ, ປິດຮ້ານຄ້າໃຫຍ່ ແລະ ສະຖານທີ່ບັນເທິງ ແລະ ກິລາຕ່າງໆ, ເອົາໃຈໃສ່ໂຄສະນາເຜີຍແຜ່ຂໍ້ມູນໃຫ້ທົ່ວສັງຄົມເຂົ້າໃຈກ່ຽວກັບໄພອັນຕະລາຍ ແລະ ຄວາມສ່ຽງໃນການຕິດເຊື້ອພະຍາດ ແລະ ວິທີປ້ອງກັນຕົນເອງ, ແລະ ມີການໃຫ້ສໍາພາດຂ່າວ ກ່ຽວກັບສະພາບການແຜ່ລະບາດຂອງພະ ຍາດໂຄວິດ-19 ທຸກມື້; 3). ຕໍ່ມາດຕະການປິ່ນປົວກໍລະນີຕິດເຊື້ອພະຍາດ, ລັດຖະບານໄດ້ກໍານົດໂຮງໝໍ ແລະ ສໍາຮອງຕຽງສໍາລັບປິ່ນປົວ ລວມທັງຝຶກອົບຮົມແພດໝໍ ແລະ ກະກຽມຄວາມພ້ອມດ້ານວັດຖຸອຸປະກອນການແພດ ແລະ ຢາປົວພະຍາດ; 4). ລັດຖະບານໄດ້ມີມາດຕະການຮອງຮັບຜົນກະທົບທາງດ້ານເສດຖະກິດ ກໍຄື ຊີວິດການເປັນຢູ່ຂອງປະຊາຊົນ ທ່າມກາງການລະບາດຂອງພະຍາດໂຄວິດ-19; ແລະ 5). ໄດ້ເນັ້ນເຖິງຄວາມສຳຄັນໃນການສືບຕໍ່ແລກປ່ຽນບົດຮຽນ ແລະ ປະສົບການທີ່ດີຮ່ວມກັນ ລວມທັງສະໜອງຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ຊັດເຈນ, ຫຼີກລ້ຽງການອອກຂ່າວປອມ ຫຼື ທີ່ບໍ່ມີມູນຄວາມຈິງ, ເຊິ່ງຈະເຮັດໃຫ້ປະຊາຊົນແຕກຕື່ນ ແລະ ຂາດຄວາມເຊື່ອໝັ້ນ. ພ້ອມກັນນີ້, ກອງປະຊຸມ ຍັງໄດ້ປຶກສາຫາລື ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດສະໄໝພິເສດຂອງຜູ້ນໍາອາຊຽນ ແລະ ກອງປະຊຸມສຸດຍອດສະໄໝພິເສດຜູ້ນໍາອາຊຽນບວກສາມ ກ່ຽວກັບພະຍາດໂຄວິດ-19, ຊຶ່ງຈະຈັດຂຶ້ນໃນມໍ່ໆນີ້.

