ວັນທີ 7 ເມສານີ້,ວຽກງານການປູທາງລົດໄຟຈີນ-ລາວຕອນຢີ້ວຊີ້-ບໍຫານໄດ້ເລີ່ມປະຕິບັດຢ່າງເປັນທາງການ, ຄາດວ່າຈະປູທາງໃຫ້ຕິດຕໍ່ກັບຕອນຢູ່ລາວໃນເດືອນເມສາປີ 2021 ເພື່ອສ້າງພື້ນຖານໃຫ້ແກ່ການເປີດບໍລິການຂອງທາງລົດໄຟຈີນ-ລາວໃນທ້າຍປີ 2021.
ຂ່າວແຈ້ງວ່າ, ທາງລົດໄຟຕອນຢູ່ລາວໄດ້ເລີ່ມປູທາງລົດໄຟເຫຼັກກ້າໃນວັນທີ27 ມີນາແລ້ວນີ້.

ທາງລົດໄຟຈີນ-ລາວທີ່ກຳລັງກໍ່ສ້າງແມ່ນທາງລົດໄຟສາກົນສາຍທຳອິດທີ່ຈີນເປັນຝ່າຍລົງທຶນກໍ່ສ້າງຕົ້ນຕໍ,ກໍ່ສ້າງດ້ວຍເຕັກນິກ ແລະມາດຖານຈີນທັງໝົດ, ນຳໃຊ້ອຸປະກອນ ແລະ ຕິດຕໍ່ກັບເຄືອຂ່າຍທາງລົດໄຟຈີນໂດຍກົງຫຼັງການສະເໜີຂໍ້ລິເລິ່ມ
“ໜຶ່ງແລວໜຶ່ງເສັ້ນທາງ” ອອກມາ. ເມື່ອເປີດບໍລິການແລ້ວ ຈະກາຍເປັນທາງລົດໄຟສາກົນທີ່ເຂົ້າອອກເມືອງຈາກພາກຕາເວັນຕົກສຽງໃຕ້ຂອງຈີນອີກສາຍໜຶ່ງ. ຮອດເວລານັ້ນ, ເມື່ອອອກເດີນທາງຈາກນະຄອນຄຸນມີງໃນຕອນຄ່ຳ ຈະສາມາດຮອດນະຄອນຫຼວງວຽງຈັນໃນຕອນເຊົ້າມື້ທີສອງ.