ນະ​ຄອນ​ອູ​ຮັ້ນ “ຍົກ​ເລີກ​ການ​ຄວບ​ຄຸມ​​ທາງຄົມ​ມະ​ນາ​ຄົມ” ຢ່າງ​ເປັນ​ທາງ​ການ, ໂດຍ​ຜ່ານ​ທຳ​ຄວາມ​ພະ​ຍາ​ຍາມ​ເປັນ​ເວ​ລາ 76 ວັນ, ອູ​ຮັ້ນ​ເປີດ​ຄືນ​ໃໝ່. ໃນ 0 ໂມງ ວັນ​ທີ 8 ເມ​ສາ​ນີ້, ຄຽງ​ຄູ່​ກັບ​ລົດ​ໂດຍ​ສານ​ນ້ອຍ​ຄັນ​ໜຶ່ງ​ເດີນ​ອອກ​ເມືອງ, ນະ​ຄອນ​ອູ​ຮັ້ນ​ຍົກ​ເລີກມ​າດ​ຕະ​ການ​ຄວບ​ຄຸມ​ທາງ​ອອກ​ຈາກ​ນະ​ຄອນ​ອູ​ຮັ້ນ ຟື້ນ​ຟູ​ຄົມ​ມະ​ນາ​ຄົມ​ສູ່​ພາຍນອກ​ຢ່າງ​ມີ​ລະ​ບຽບ, ປະ​ຊາ​ຊົນ​ສາ​ມາດ​ອອກ​ເມືອງ​ຢ່າງ​ໝັ້ນ​ຄົງ ແລະ ມີ​ລະ​ບຽບ​ໂດຍ​ອີງ​ໃສ່ “ໂຄດ​ຂຽວ” ເຊິ່ງ​ເປັນ​ໂຄດ​ສຸ​ຂະ​ພາບ​ແຂວງ​ຮູ​ເປີຍ.

Image may contain: one or more people, people standing, night, car and outdoor

ໂດຍ​ຜ່ານ​ສູນ​ກາງ​ພັກ​ອະ​ນຸ​ຍາດ, ກອງ​ບັນ​ຊາ​ການ​ປ້ອງ​ກັນ​ຄວບ​ຄຸມ​ພະ​ຍາດ COVID-19 ແຂວງ​ຮູ​ເປີຍ​ປະ​ກາດ​ໃນ​ວັນ​ທີ 8 ເມ​ສາ​ນີ້​ວ່າ, ນັບ​ແຕ່ 0 ໂມງວັນ​ທີ 8 ເມ​ສາ​ນີ້, ຍົກ​ເລີກ​ການ​ຄວບ​ຄຸມ​ທາງ​ລາ​ອອກ​ຈາກ​ນະ​ຄອນ​ອູ​ຮັ້ນ​.

No photo description available.

ທ່ານ​ຈູ່​ຮັ້ນ​ຊຽວ ຫົວ​ໜ້າ​ກົມ​ການ​ຂົນ​ສົ່ງ​ຄົມ​ມະ​ນາ​ຄົມ​ແຂວງ​ອູ​ຮັ້ນ​ກ່າວ​ວ່າ, “ຄຽງຄູ່​ກັບ​ຍົກ​ເລີກ​ການ​ຄວບ​ຄຸມ​ທາງ​ລາ​ອອກ​ຈາກ​ນະ​ຄອນ​ອູ​ຮັ້ນ, ການ​ຂົນ​ສົ່ງ​ຄົມ​ມະ​ນາ​ຄົມ​ຂອງ​ແຂວງ​ຮູ​ເປີຍ​ຈະ​ຟື້ນ​ຟູ​ປົກ​ກະ​ຕິ. ແຕ່​ຍົກ​ເລີກ​ການ​ຄວບ​ຄຸມ​ບໍ່​ໝາຍ​ເຖິງ​ຍົກ​ເລີກ​ການ​ປ້ອງ​ກັນ, ເຮົາ​ຈະ​ປະ​ຕິ​ບັດ​ງານ​ເພື່ອ​ໃຫ້​ການ​ຂົ​ນ​ສົ່ງ​ຮູບ​ການ​ຕ່າງໆ​ເຊື່ອມ​ຕໍ່​ກັນ ເພື່ອ​ຮັບ​ປະ​ກັນ​ຜູ້​ໂດຍ​ຜ່ານ​ອອກ​ໄດ້, ເຂົ້າ​ໄດ້ ແລະ ເດີນ​ທາງ​ຢ່າງ​ສະ​ດວກ.”

Image may contain: one or more people

Leave a Reply

Your email address will not be published. Required fields are marked *