CRI-FM93: ພາຍຫຼັງສຳເລັດການປະຕິບັດວຽກງານໃນເບື້ອງຕົ້ນຢູ່ທີ່ນະຄອນຫຼວງວຽງຈັນ. ໃນວັນທີ 7 ເມສາ 2020 ຄະນະແພດຜູ້ຊ່ຽວຊານ ຈາກ ສປ ຈີນທັງ 12 ທ່ານ ກໍໄດ້ສືບຕໍ່ລົງເຄື່ອນໄຫວຢູ່ຕ່່າງແຂວງ ໂດຍໄດ້ແບ່ງເປັນ 2 ທີມເພື່ອລົງພື້ນທີ່ແຂວງຫຼວງພະບາງ ແລະແຂວງຈຳປາສັກ.

ການເຄື່ອນໄຫວຫຼັກກໍແມ່ນລົງສຳຫຼວດ-ປະເມີນໃນພື້ນທີ່ສ່ຽງເປັນຕົ້ນແມ່ນຂົງເຂດນະຄອນຫຼວງພະບາງ, ນະຄອນປາກເຊ ແລະອື່ນໆ ພ້ອມທັງເຂົ້າຮ່ວມປຶກສາຫາລື ແລະແລກປ່ຽນຄວາມຮູ້ວິຊາການ ກັບບຸກຄະລາກອນການແພດຝ່າຍລາວທີ່ປະຈຳຢູ່ໂຮງໝໍແຂວງ ກໍຄືບັນດາຄະນະນຳ, ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງກັບວຽກງານຕ້ານການແຜ່ລະບາດຂອງພະຍາດໂຄວິດ 19.

.

.
