ສະບາຍດີທຸກທ່ານ ມື້ນີ້ ຂໍອານຸຍາດ ສະທ້ອນ ຫາງສຽງຈາກປະຊາຊົນ ກັບການໃຊ້ບໍລິການ ຊິມໂທລະສັບ ທີ່ເຫັນວ່າ່ ເປັນສິ່ງທີ່ບໍ່ໄດ້ຮັບການແກ້ໄຂມາຍາວນານ ແລະ ບໍ່ເຫັນທ່າທີ່ວ່າ ຈະມີການແກ້ໄຂໃຫ້ປະຊາຊົນ ມີຄວາມສະດວກສະບາຍ ແລະ ປົກປ້ອງຜູ່ບໍລິໂພກ.

ຜູ່ສະໜອງ ລະບົບໂທລະຄົມ ແມ່ນໄດ້ອອກຊິມມາສອງແບບ ຄື ຊິມໂທ ແລະ ຊິມເນັດ. ເຊິ່ງທັງສອງ ແມ່ນມີຂໍ້ດີຂໍ້ເສຍດັ່ງນີ້

  1. ຊິມໂທ: ສາມາດໂທເຂົ້າອອກໄດ້, ແຕ່ຖ້າຕ້ອງການຢາກໃຊ້ອິນເຕີເນັດ ພັດລາຄາໂຄດແພງຫຼາຍ. ບໍ່ໃຫ້ເວົ້າສາວ່າແພງຊໍາໃດ ທຸກທ່ານທີ່ໃຊ້ເບີໂທ ຄົງຈະຮູ້ດີ.
  2. ຊິມເນັດ: ສາມາດລົງທະບຽນສະໝັກແພັກເກັດອິນເຕີເນັດ ທີ່ເຫັນວ່າໄດ້ ດາຕ້າຫຼາຍຂຶ້ນ ເຮັດໃຫ້ການ ນໍາໃຊ້ອິນເຕີເນັດ ປະຢັດຄ່າໃຊ້ຈ່າຍສົມຄວນ, ແຕ່ຖ້າທຽບກັບຫຼາຍໆ ປະເທດ ເນັດບ້ານເຮົາກໍ່ຍັງແພງຢູ່. ແຕ່ອັນທີ່ມັນຍາກ ຄື ຊິມເນັດ ບໍ່ສາມາດ ໃຊ້ໂທອອກໄດ້.

ຈາກການແຍກ ລະບົບຊິມດັ່ງກ່າວ ຈິງເຮັດໃຫ້ຫຼາຍໆ ຄົນຕ້ອງ ຊື້ສອງຊິມ ທັງເບີໂທ ແລະ ເບີເນັດ, ບາງຄົນ ຕ້ອງໄດ້ ແບກໂທລະສັບສອງໜ່ວຍ ຫຼື ຕ້ອງມີ ອັນແຈກໄວຟາຍ, ເຊິ່ງເຫັນວ່າ ເປັນການສ້າງຄວາມຫຍຸ້ງຍາກ, ສິ້ນເປືອງຄ່າໃຊ້ຈ່າຍ ແລະ ເປືອງຊັບພະຍາກອນທໍາມະຊາດ.

ເພາະສະນັ້ນ, ຈິ່ງຮຽກຮ້ອງໃຫ້ໜ່ວຍງານປົກປ້ອງ ຜູ່ບໍລິໂພກ ຈົ່ງຊ່ວຍແກ້ໄຂໃຫ້ມີ ຊິມອັນດຽວ ທີ່ສາມາດໂທໄດ້ ແລະ ຕັ້ງຄ່າອິນເຕີເນັດລາຄາຖືກ ແບບຊິມເນັດ, ເພື່ອໃຫ້ຄວາມສະດວກ ແກ່ພໍ່ແມ່ປະຊາຊົນ ບັນດາເຜົ່າແຕ່ເໜືອຮອດໃຕ້.

ຫວັງວ່າ ຄໍາສະເໜີ ນີ້ຈະໄດ້ຮັບການແກ້ໄຂ!

ໂດຍ: ບ່າວກະບື

Leave a Reply

Your email address will not be published. Required fields are marked *