ຈາກຂໍ້ມູນລາຍງານ ໃນມື້ນີ້ 5 ເມສາ 2020 ໄດ້ກວດພົບຜູ້ຕິດເຊືອພະຍາດ ໂກວິດ 19 ຈຳນວນ 1 ຄົນ ເປັນຜູ້ທີ 11.
ຜົນກວດພົບຜູ້ຕິດເຊື້ອໃຫມ່ 01 ຄົນ ເປັນພະນັກງານບໍລິສັດພູເບ້ຍ ເປັນເພດຊາຍ ອາຍຸ 55 ປີ ສັນຊາດ ປາປົວນິວກີເນຍ ເດີນທາງຈາກ ປາປົວນິວກີເນຍ
ຂໍ້ມູນສະແດງໃຫ້ເຫັນ ຄວາມບໍ່ເອົາໃຈໃສ່ ແລະ ປະຕິບັດມາດຕະການກັກຕົວຂອງ ຄົນທີ່ມາແຕ່ປະເທດທີ່ມີຄວາມສ່ຽງ, ທັງເປັນຂໍ້ຜິດພາດ ຂອງນາຍຈ້າງ ທີ່ບໍ່ໃສ່ໃຈຕໍ່ແຈ້ງການ ແລະ ມາດຕະການ ຮັບມື ກັກກັນ ແລະ ກັກຕົນເອງສໍາລັບຜູ່ທີ່ເດີນທາງມາແຕ່ຕ່າງປະເທດ. ເສັ້ນທາງການເດີນທາງຂອງຜູ່ກ່ຽວ ມີດັ່ງນີ້
- ສິງກະໂປ ວັນທີ 21/3/20,
- ວັນທີ 22/3/20 ຢູ່ສິງກະໂປ,
- ວັນທີ 23/3/20 ເດີນທາງເຂົ້າມາລາວ ຜ່ານສະໜາມບິນປະເທດໄທ,
- ວັນທີ 23 ຫາ 24/03/2020 ພັກຢູ່ໂຮງແຮມຄຣາວພາຊາ,
- ວັນທີ 25 /03/2020 ເດີນທາງໂດຍລົດບໍລິສັດໄປພູເບ້ຍມາຍນິງ 11 ຄົນ ໃກ້ຊິດ, ພົວພັນບ່ອນເຮັດວຽກປະມານ 100 ຄົນ,
- ວັນທີ 3/4/20 ເລີ້ມມີອາການໄຂ້, ໄອ, ເຈັບຄໍ, ເຈັບຫົວ,
- ວັນທີ 4/4/2020 ເວລາ 10:00 ໂມງ ເຂົ້າມາກວດຢູ່ ໂຮງໝໍມິດຕະພາບ ແລະ ໄດ້ເກັບຕົວຢ່າງມາກວດ ແລະ ພົບວ່າຕິດເຊື້ອ ໂຄວິດ 19. ປະຈຸບັນແມ່ນນອນປິ່ປົວຢູ່ຫ້ອງແຍກປ່ຽວ ໂຮງໝໍມິດຕະພາບ.
ຈະເຫັນວ່າ, ຜູ່ກ່ຽວມາຮອດລາວ ວັນທີ 23 ມີນາ ທີ່ຕ້ອງກັກຕົນເອງ 14 ມື້ ແຕ່ພັດວ່າເດີນທາງໄປເຮັດວຽກ ໃນວັນທີ 25 ມີນາ ໄດ້ມີການພົບ ແລະ ພົວພັນກັບຄົນອື່ນຫຼາຍກວ່າ 100 ຄົນ. ເຊິ່ງຕອນນີ້ ຜູ່ທີ່ໃກ້ຊິດ ແລະ ພົວພັນ ອາດມີຄວາມສ່ຽງຕິດເຊື້ອຈໍານວນຫຼາຍ. ດັ່ງນັ້ນ, ຮຽກຮ້ອງ ໃຫ້ທຸກຄົນ ທີ່ໄດ້ພົວພັນ, ໃກ້ຊິດ ເຊັ່ນ: ພະນັກງານໂຮງແຮມ, ຄົນຂັບລົດ, ພະນັກງານພູເບ້ຍມາຍນິງ ຕ້ອງໄດ້ກັກຕົນເອງດ່ວນ ແລະ ລາຍງານໃຫ້ສາຍດ່ວນ 165 ຫຼື 166 ໂດຍດ່ວນ.
ຂໍ້ສັງເກດ, ສອງກໍລະນີ ທີ່ພັກຢູ່ ໂຮງແຮມຄຣາວພລາຊາ ທີ່ເຫັນວ່າ ມີ 2 ກໍລະນີແລ້ວ ຖືວ່າ ເປັນບ່ອນ ທີ່ສຸ່ມສຽງ ທີ່ສຸດ ຂອງການກະຈາຍເຊື້ອ COVID-19 ຢູ່ ນະຄອນຫຼວງວຽງຈັນ, ດັ່ງນັ້ນ ຕ້ອງມີມາດຕະການເດັດຂາດ ກວດກາ ແລະ ຂ້າເຊື້ອ ຢູ່ໂຮງແຮມແຫ່ງນີ້ ຢ່າງເດັດຂາດ.
ແຕ່ເດືອນ ມັງກອນ 2020 ຮອດ ວັນທີ 4 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 604 ຄົນ, ກວດພົບເຊື້ອທັງໝົດ 11 ຄົນ.
ຜູ້ຕິດເຊື້ອທີ 11: 05/04/2020, ເພດຊາຍ, 55 ປີ, ສັນຊາດ ປາປົວນິວກີເນຍ, ພະນັກງານບໍລິສັດພູເບ້ຍມາຍນິງ.
ຜູ້ຕິດເຊື້ອທີ 10: 01/04/2020, ເພດຍິງ, 21 ປີ, ຢູ່ບ້ານໜອງສະໂນຄຳ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ວັນທີ 27 ເຖິງ 29 ຜູ້ກ່ຽວເລີ່ມມີອາການເຈັບຄໍ ແລະ ຈາມ, ເມື່ອຍ, ຫາຍໃຈຍາກ ຊື້ຢາກິນເອງ ຈົນຮອດ 30 ຮູ້ສຶກມີອາການໄຂ້ ແລະ ເຈັບຫົວ, ປວດກ້າມເນື້ອ, ວັນທີ 31 ຈຶ່ງໄປໂຮງໝໍມິດຕະພາບ ແລະ ເຖິງບົ່ງມະຕິ ວ່າເປັນໂຄວິດ ແລະ ເຂົ້ານອນໂຮງໝໍມິດຕະພາບ. ລາວເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອຄົນທີ 8 ເພດຊາຍທີ່ເປັນພະນັກງານ DHL.
ຜູ້ຕິດເຊື້ອທີ 9: 30/03/2020, ເພດຍິງ, 22 ປີ, ບ້ານ ໂພນພະເນົາ, ເມືອງ ໄຊເສດຖາ, ປະຈຸບັນໄດ້ເອົາເຂົ້ານອນປຶ່ນປົວຢູ່ ໂຮງໝໍມິດຕະພາບດ້ວຍອາການເບົາບາງ, ມີໄຂ້, ໄອ, ນ້ຳມູກ, ຍ່າງໄປມາ ແລະ ຊ່ວຍເຫຼືອຕົນເອງໄດ້, ມີປະຫວັດການເດີນທາງມາແຕ່ປະເທດໄທ.
ຜູ້ຕິດເຊື້ອທີ 8: 28/03/2020, ເພດຊາຍ, 18 ປີີ, ບ້ານ ດອນນົກຂຸ້ມ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ, ເປັນຜູ້ໃກ້ຊິດກັບ ຜູ້ຕິດເຊື້ອທີ 3.
ຜູ້ຕິດເຊື້ອທີ 7: 28/03/2020, ເພດຍິງ, 50 ປີີ, ບ້ານວິຊຸນ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ, ເປັນເມຍຂອງ ຜູ້ຕິດເຊື້ອທີ 5.
ຜູ້ຕິດເຊື້ອທີ 6: 26/03/2020, ເພດຊາຍ, 41 ປີີ, ບ້ານ ຈໍາປາ, ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ, ເປັນຜູ້ສໍາພັດໃກ້ຊິດກັບ ກໍລະນີຕິດທິ່ 3.
ຜູ້ຕິດເຊື້ອທີ 5: 26/03/2020, ເພດຊາຍ, 52 ປີີ, ບ້ານ ວິຊຸນ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ, ເປັນຄົນ ຂັບລົດໃຫ້ແກ່ ກຸ່ມທົວ.
ຜູ້ຕິດເຊື້ອທີ 4: 25/03/2020, ເພດຊາຍ, 42 ປີີ, ບ້ານ ປ່ອງຄຳ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ, ເປັນຄົນ ຂັບລົດໃຫ້ແກ່ ກຸ່ມທົວ.
ຜູ້ຕິດເຊື້ອທີ 3: 24/03/2020, ເພດຊາຍ, 26 ປີີ, ບ້ານ ຫ້ວຍຫ້ອມ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ເປັນຜູ້ສໍາພັດໃກ້ຊິດກັບ ຜູ້ຕິດເຊື້ອທີ 1.
ຜູ້ຕິດເຊື້ອທີ 2: 24/03/2020, ເພດຍິງ, 36 ປີ, ອາຊີບພະນັກງານນຳທ່ຽວ, ມີອາການເຈັບເປັນໃນວັນທີ 10 ມີນາ 2020 ຜູ້ກ່ຽວມີອາການ ໄຂ້, ໄອແຫ້ງ ແລະເມື່ອຍ ແຕ່ບໍ່ໄດ້ໄປປິ່ນປົວຢູ່ໃສ. ວັນທີ 22 ມີນາ 2020 ເວລາປະມານ 14:00 ຜູ້ກ່ຽວໄດ້ໄປກວດຢູ່ໂຮງໝໍມິດຕະພາບ ທ່ານໝໍໄດ້ກວດເລືອດລວມ ແລະເອັກຊະເລປອດ ແຕ່ບໍ່ເຫັນຫຍັງຜິດປົກກະຕິໃດໆ, ທ່ານໝໍໄດ້ແນະນຳໃຫ້ເມືອຕິດຕາມອາການຢູ່ເຮືອນ ແລ້ວຜູ້ກ່ຽວໄດ້ໄປຮັກສາໂຕຢູ່ໂຮງແຮມແຫ່ງໜຶ່ງ. ສ່ວນສະມາຊິກໃນຄອບຄົວທີ່ສ່ຽງຕິດນຳລາວມີ 2 ຄົນ ຄືແມ່ແລະນ້ອງສາວ. ເມື່ອອາການບໍ່ດີຂຶ້ນຈຶ່ງໄດ້ເຂົ້າໄປປົວແລະແຍກປ່ຽວຢູ່ໂຮງໝໍມິດຕະພາບ 150 ຕຽງ, ທ່ານໝໍຈຶ່ງໄດ້ນຳເອົາຕົວຢ່າງຈາກຜູ້ກ່ຽວໄປກວດວິເຄາະແລ້ວພົບວ່າຜູ້ກ່ຽວມີເຊື້ອ ໂຄວິດ-19. ທີ່ຜ່ານມາຜູ້ກ່ຽວແມ່ນໄດ້ນຳພາແຂກທີ່ມາຈາກບັນດາປະເທດເອີຣົບ ໄປທ່ອງທ່ຽວສະຖານທີ່ຕ່າງໆ ໃນວຽງຈັນ-ວັງວຽງ.
ຜູ້ຕິດເຊື້ອທີ 1: 24/03/2020, ເພດຊາຍ, 28 ປີ, ພະນັກງານຢູ່ແຮງໂຮມຄລາວພລາຊ່າ, ມີປະຫວັດການເດິນທາງໄປປະເທດໄທ ຄື ວັນທີ 5-8 ມີນາ 2020 ໄດ້ເຂົ້າຮ່ວມສຳມະນາຢູ່ອາຄານ ໄບເທັກບາງນາ, ນະຄອນຫຼວງບາງກອກ, ປະເທດໄທ. ແລະກັບເຂົ້າມາປະເທດລາວເມື່ອວັນທີ 9 ມີນາ 2020 ທີ່ດ່ານສະໜາມບິນສາກົນວັດໄຕ ແລ້ວກັບເມືອເຮືອນເກັບໂຕ ຕິດຕາມອາການ ບໍ່ໄດ້ອອກໄປໃສ. ທີ່ຜ່ານມາຍັງບໍ່ໄດ້ສຳຜັດກັບໃຜ, ຜູ້ກ່ຽວບໍ່ເຄີຍມີພະຍາດປະຈຳຕົວມາກ່ອນ. ສ່ວນສະມາຊິກໃນຄອບຄົວທີ່ມີຄວາມສ່ຽງ 3 ຄົນ ຄື ພໍ່, ນ້ອງສາວ ແລະນ້ອງຊາຍ ແຕ່ລະຄົນຍັງບໍ່ມີໃຜມີອາການຫຍັງສະແດງອອກເທື່ອ. ປະຫວັດການເຈັບ: ວັນທີ 23 ມີນາ 2020 ຜູ້ກ່ຽວມີອາການໄຂ້, ເຈັບຫົວ, ປວດກ້າມຊີ້ນ, ເຈັບຄໍ, ໄອ ແລະຫາຍໃຈຍາກ. ເວລາ 9:00 ຂອງວັນດຽວກັນ ໄດ້ເຂົ້າກວດຢູ່ໂຮງໝໍມິດຕະພາບ ແລະນອນຕິດຕາມອາການຄົນເຈັບຢູ່ຫ້ອງແຍກປ່ຽວ ແລະໄດ້ເກັບຕົວຢ່າງເມືອກຜົ້ງດັງ ແລະຮູຄໍ ແລ້ວນຳສົ່ງໄປກວດຢູ່ ສວລ ໃນເວລາ 10:30 ຂອງມື້ດຽວກັນ ແລະຜົນການກວດວິເຄາະຢືນຢັນວ່າຜູ້ກ່ຽວມີເຊື້ອ ໂຄວິດ-19.