ຂ່າວ: ຈັນພວງ ສີບຸນແພງ
ເລີ່ມແຕ່ຕົ້ນເດືອນ ມີນາຜ່ານມາ ເມືອງໄຊ ແຂວງ ອຸດົມໄຊ ໄດ້ເກີດມີໄຟໄໝ້ລາມປ່າເປັນບໍລິເວນກວ້າງເຊີ່ງໄດ້ເຮັດໃຫ້ເນື້ອທີ່ປ່າໄມ້ຖືກໄຟລາມໄໝ້ເສຍຫາຍ ແລະເຮັດໃຫ້ເກີດມົນລະພິດທາງອາກາດ.

ອີງຕາມການລາຍງານຂອງຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໄຊ ໃຫ້ຮູ້ວ່າ ມາຮອດວັນທີ 4 ເມສານີ້ມີເນື້ອທີ່ປ່າໄມ້ຂອບເຂດເມືອງໄຊຮັບຜິດຊອບ ຖືກໄຟໄໝ້ທັງໝົດຫລາຍກວ່າ 18,000 ເຮັກຕາ ໃນນີ້ມີປ່າສະຫງວນແຫ່ງຊາດພູຫີຜີ 7.000 ກວ່າເຮັກຕາ ມີ 18 ບ້ານ, ປ່າຜະລິດແຫ່ງຊາດສາຍນ້ຳງາ 6.000 ກວ່າເຮັກຕາ ມີ 7 ບ້ານ, ປ່າຜະລິດແຫ່ງຊາດ ສາຍນຳ້ພາກ 1.000 ກວ່າເຮັກຕາ ມີ 2 ບ້ານ ແລະ ປ່າສະຫງວນຂອງແຂວງ, ເມືອງ ແລະ ບ້ານ 4.000 ກວ່າເຮັກຕາ.


ຈາກສະພາບການດັ່ງກ່າວ ທາງຄະນະຮັບຜິດຊອບການສະກັດກັ້ນໄຟໄໝ້ລາມປ່າຂັ້ນແຂວງ, ຂັ້ນເມືອງ-ເມືອງໄຊ ແຂວງ ອຸດົມໄຊ ໄດ້ນຳພາບັນດາຄະນະພະແນກ, ພະນັກງານອ້ອມຂ້າງແຂວງ, ສອງກຳລັງປ້ອງກັນຊາດປ້ອງກັນຄວາມສະຫງົບ , ການນໍາ, ພະນັກງານອ້ອມຂ້າງເມືອງໄຊ ພ້ອມທັງຄະນະພັກ, ອົງການປົກຄອງບ້ານ ພໍ່ແມ່ປະຊາຊົນ ລົງມອດໄຟຈາກເຫດການໄຟໄໝ້ລາມປ່າໃນຂອບເຂດເມືອງໄຊ ມີຈຳນວນທັງໝົດ 5.895 ເທື່ອຄົນ, ຍິງ 486 ຄົນ;

ແຕ່ກໍ່ຍັງບໍ່ສາມາດຄວບຄຸມໄຟໄວ້ໄດ້ເນື່ອງຈາກສະພາບພູມສັນຖານເປັນພູຜາເຫວຊັນເຮັດໃຫ້ມີຄວາມຫຍຸ້ງຍາກໃນການເຂົ້າເຖິງ ບວກກັບຄວາມແຫ້ງແລ້ງເຮັດໃຫ້ໄຟໄໝ້ລາມຢ່າງໄວວາແລະຜູ້ທີ່ເຂົ້າຮ່ວມມອດໄຟຍັງຂາດເຄື່ອງມືອຸປະກອນ ເຊີ່ງມາຮອດປະຈຸບັນຫລາຍເຂດຍັງມີໄຟສືບຕໍ່ໄໝ້ ດັ່ງນັ້ນຈິ່ງຂໍຮ້ອງທຸກພາກສ່ວນເປັນເຈົ້າການໃນການເຝົ້າລະວັງ ແລະ ປະກອບສ່ວນເຂົ້າຮ່ວມໃນການມອດໄຟໃນຄັ້ງນີ້.

Leave a Reply

Your email address will not be published. Required fields are marked *