ເມື່ອວັນທີ 04 ເມສາ 2020 ເວລາປະມານ15:00 ໂມງ ໄດ້ເກີດມີໄຟລຸກໄໝ້ເຂດປ່າທຳມະຊາດ ຈຸດຊົມວີວຜາແດງ ເມືອງງອຍ ແຂວງຫລວງພຣະບາງ ຈົນມາຮອດປະຈຸບັນ ( ຄ່ຳ) ຍັງບໍ່ສາມາດຄວບຄຸມໄຟໄວ້ໄດ້, ໄຟໄດ້ໄໝ້ລາມໄປຫລາຍຈຸດ ຂໍໃຫ້ປະຊາຊົນຢູ່ໃກ້ຄຽງມີຄວາມລະມັດລະວັງເດີ


ໃນໄລຍະນີ້ ເມື່ອເກີດມີໄຟໄຫມ້ປ່າ ໃນເຂດພາກເຫນືອຂອງລາວ ເຊັ່ນ : ເຂດແຂວງອຸດົມໄຊ , ຜົ້ງສາລີ, ຫລວງນ້ຳທາ ( ເມືອງສີງ ) ບ້ານນ້ຳແງ້ນ ແຂວງໄຊຍະບູລີ ເມືອງເງິນ ເຊິ່ງສ້າງຄວາມເສຍຫາຍ ທີສຳຄັນ ຄວັນໄຟຈາກການໄຫມ້ແມ່ນເປັນມົນລະພິດທາງອາກາດປົກຄຸມເປັນບໍລິເວນກວ້າງເກືອບທົ່ວປະເທດລາວແລ້ວ ໃຜທີເປັນພູມແພ້ອາກາດ ກໍ່ຄວນໃຊ້ຫນ້າກາກອະນາໄມ ແລະງົດອອກເຮືອນຊານໃນໄລຍະນີ້ແດ່ເດີ ພ້ອມທັງມີພະຍາດຮ້າຍແຮງອີກນຳ ນັ້ນກໍ່ຄື ເຈົ້າໂຄວິດ-19.

ຮູບພາບແລະຂ່າວຈາກ : ອາພຸດເດດ ບຸບຜາ‎

.

.

.

.

Leave a Reply

Your email address will not be published. Required fields are marked *