ໃນວັນທີ 03/4/2020 ເວລາ 21:10 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າ ມີລົດຈັກຕຳກັນຢູ່ບ້ານ ຂຸດສາມບາດ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ
ທີມກູ້ຊີບກູ້ໄພນະຄອນຫຼວງ (ສູນສັ່ງການ)
ຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບ 2 ຄົນ ເປັນເພດຊາຍ ແລະ ເສຍຊີວິດ 1 ຄົນ ເພດຍິງ.

ອາການເບື້ອງຕົ້ນແມ່ນ:
- ຄົນທີ່1 ເປັນເພດຊາຍ ຂາຜິດຮູບ , ແຂນຜິດຮູບ ແລະ ຫົວແຕກ ( ຫນວ່ຍງານປະສານໃຈນຳສົ່ງ )
- ຄົນທີ່2 ເປັນເພດຊາຍ( ໄດ້ມີຜົນລະເມືອງດີນຳສົ່ງ)
- ຄົນທີ່3 ເປັນເພດຍິງ ກະທົບຫົວເສຍເລຶອດຫລາຍ ແລະ ຂາຜິດຮູບ , ບາດເປີດໃຫ່ຍຢູ່ຕີນ ( ເສຍຊີວິດຄ່າທີ )

ດັ່ງນັ້ນທີມກູ້ຊີບ-ກູ້ໄພນະຄອນຫຼວງຈຶ່ງໄດ້ນຳສົ່ງຜູ້ເສຍຊິວິດໄປທີ່ ວັດ ບ້ານ ທົ່ງມັງ ເພື່ອໃຫ້ຍາດຕິພີນ້ອງປະກອບພິທີຕາມສາດສະໜາ. ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ທີ່ສູນເສຍໄປ.

ອຸປະຕິເຫດສຸກເສີນໂທ : 🚑 1624 🚑
ຖ້າທ່ານໃດຕ້ອງຢາກເປັນສ່ວນໜື່ງໃນການຊ່ວຍເຫຼືອໜ່ວຍງານພວກເຮົາໃນການບໍລິຈາກ
- ອຸປະຖຳຕ່າງໆເຊັ່ນ : ເຂົ້າສານ,ອາຫານການກີນ
- ອຸປະກອນການແພດຕ່າງໆ
ສາມາດເຂົ້າມາໄດ້ພົວພັນທີ່: ສູນສັງການ ບ້ານໂພນພະເນົາເມືອງໄຊເສດຖາ ນະຄອນຫຼວງວຽງຈັນ