ແຂວງ ສະຫວັນນະເຂດ ວັນທີ 03/04/2020 ເວລາ 16:45 ນາທີ ໜ່ວຍກູ້ໄພ ສະຫວັນນະເຂດ ໄດ້ຮັບແຈ້ງເຫດປະສານງານກັບເຈົ້າໜ້າທີ່ ວ່າມີສົບເພດຊາຍບໍ່ຮູ້ສັນຊາດພູມສັນຖານ ໄຫລນ້ຳມາ ຈັມນ້ຳຂອງເຂດ ບ້ານ ສົ້ມປ່ອຍ , ນະຄອນໄກສອນພົມວິຫານ ແຂວງ ສະຫວັນນະເຂດ

ໃນຈຸດເກີດເຫດແມ່ນເປັນສົບຜູ້ເສຍຊີວິດເພດຊາຍ ນຸ່ງເສື້ອສີຂາວ ໂສ້ງສີດຳຂາສັ້ນ ໜ້າຈະເສຍຊີວິດມາປະມານ4-5 ມື້ ເຖິງຂໍ້ມູນດັ່ງກ່າວທາງເຈັ້າໜ້າທີ່ຕຳຫຼວດ ພິສູດຫລັກຖານ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງກຳລັງສືບສວນສອບສວນຫາຂໍ້ມູນ

ເນື່ອງຈາກວ່າ ຜູ້ເສຍຊີວິດຍັງບໍ່ຮູ້ວ່າ ຢູ່ບ້ານເມືອງໃດຊື່ຫຍັງ ຖ້າທ່ານໃດ ຮູ້ຈັກຊ່ວຍແຈ້ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ສ່ວນສົບຜູ້ກ່ຽວແມ່ນທາງທີມງານໄປຝາກໄວ້ທີ່ໂຮງເຍັນໂຮງໝໍແຂວງ ສະຫວັນນະເຂດ

—-

ອຸບັດຕິເຫດ, ເຈັບປ່ວຍແຈ້ງເຫດສຸກເສີນ ສາຍດ່ວນ (041) 1629 , ໂທຟຮີທຸກເຄື່ອຂ່າຍສາຍຕົງ : 020 28285454
ຮັບໃຊ້ຕະຫຼອດ 24 ຊົ່ວໂມງ : ໜ່ວຍກູ້ໄພ ສະຫວັນນະເຂດ

Leave a Reply

Your email address will not be published. Required fields are marked *