ວັນທີ 3/4/2020, ແຂວງຈຳປາສັກ ໄດ້ຈັດພິທີປະກາດພະນັກງານການນຳແຂວງ 6 ສະຫາຍ ອອກພັກການ-ຮັບອຸດໜູນບໍານານ ຄື:
1.ສະຫາຍ ບຸນຖອງ ດີວິໄຊ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຈຳປາສັກ.
2.ສະຫາຍ ສົມສະໜິດ ບຸດຕິວົງ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆຈຳປາສັກ.
3.ສະຫາຍ ນິພອນ ວຽງປະເສີດ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ.
4.ສະຫາຍ ບົວສອນ ວົງສອງຄອນ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງໆຈຳປາສັກ.
5.ສະຫາຍ ສຸລິວັນ ສະຫວັດທະສິນ ຄະນະປະຈຳພັກແຂວງ.
6.ສະຫາຍ ບຸນມາກ ວິລະວົງ ຄະນະປະຈຳພັກແຂວງ.
ພ້ອມນີ້ ຍັງໄດ້ປະກາດແຕ່ງຕັ້ງພະນັກງານນຳພາຂັ້ນສູງຂອງແຂວງ ຄື:
ແຕ່ງຕັ້ງ ສະຫາຍ ວິໄລວົງ ບຸດດາຄໍາ ກຳມະການສູນກາງພັກ ກຳມະການປະຈຳສະພາແຫ່ງຊາດ ປະທານກໍາມາທິການແຜນການ-ການເງິນ ແລະ ກວດສອບ ສະພາແຫ່ງຊາດ ເປັນເລຂາພັກແຂວງ ຮັກສາການເຈົ້າແຂວງໆຈຳປາສັກ.
ແຕ່ງຕັ້ງ ສະຫາຍ ມະໄລທອງ ກົມມະສິດ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເປັນກຳມະການປະຈຳພັກແຂວງ ຈຳປາສັກ.
ພິທີຈັດຂຶ້ນຢູ່ສະໂມສອນແຂວງ ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ.
ມີຮອງລັດຖະມົນຕີ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາສະຫາຍການນໍາແຂວງ, ການນຳພະແນກການກົມກອງອ້ອມຂ້າງແຂວງ, ການນໍາ 9 ເມືອງ, 1 ນະຄອນ ແລະ ການນໍາພາກຈາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຕອນທ້າຍ ພິທີ ສະຫາຍ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ກໍ່ໄດ້ມີຄໍາເຫັນໂອ້ລົມ ຊີ້ທິດເຍືອງທາງ ເພື່ອເປັນບ່ອນອີງໃຫ້ຄະນະພັກ-ອົງການປົກຄອງແຂວງ ໃນການນໍາພາ-ຊີ້ນໍາວຽກງານໃນຕໍ່ໜ້າ.