ໃນຕອນເຊົ້າຂອງວັນທີ 2 ເມສາ 2020 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ຖະແຫລງຂ່າວກ່ຽວກັບນະໂຍບາຍດ້ານເສດຖະກິດຂອງລັດຖະບານກ່ຽວກັບການຫລຸດຜ່ອນຜົນກະທົບຈາກພະຍາດໂຄວິດ-19 ໃນການເພີ່ມມາດຕະການຮີບດ່ວນ ໂດຍສະເພາະການເລື່ອນຜ່ອນຜັນໃນການຊຳລະພາສີອາກອນ ເປັນຕົ້ນແມ່ນ: ເລື່ອນການຊຳລະຄ່າທາງ, ຕໍ່ເວລາການສົ່ງເອກະສານລາຍງານການເງິນ, ຍົກເວັ້ນອາກອນລາຍໄດ້ຜູ້ທີ່ໄດ້ຮັບເງິນເດືອນໜ້ອຍ, ຍົກເວັ້ນອາກອນລາຍໄດ້ພາກທຸລະກິດຜູ້ທີ່ມີລາຍຮັບປະຈຳປີແຕ່ 50-100 ລ້ານກີບເປັນເວລາ 3 ເດືອນ.

ຍົກເວັ້ນພາສີອາກອນ, ປັບຫລຸດອັດຕາດອກເບ້ຍພື້ນຖານຂອງທະນາຄານກາງ, ປັບຫລຸດອັດຕາດອກເບ້ຍແກ່ພາກທຸລະກິດ, ປັບລາຄານ້ຳມັນເຊື້ອໄຟລົງ, ຄວບຄຸມລາຄາສິນຄ້າ, ແນະນຳກະຊວງທີ່ກ່ຽວຂ້ອງປັບຫລຸດລາຄາຄ່າໄຟຟ້າ ນ້ຳປະປາ ແລະ ຄ່າອິນເຕີເນັດລົງ.

ຂ່າວ: ຂປລ

Leave a Reply

Your email address will not be published. Required fields are marked *