ຍອດສະສົມຂອງຜູ້ຕິດເຊື້ອໂຄວິດ-19 ທົ່ວໂລກມີຈຳນວນຫຼາຍກວ່າ 900,000 ຄົນແລ້ວ ໂດຍຫຼາຍກວ່າ 200,000 ຄົນໃນຈຳນວນນີ້ຢູ່ໃນສະຫະລັດພຽງປະເທດດຽວ

ຂໍ້ມູນຈາກ ສູນຂໍ້ມູນໄວຣັສໂຄວິດ-19 ຂອງມະຫາວິທະຍາໄລ ຈອດສ ຮອບກິນສ ລະບຸວ່າ ຈຳນວນຜູ້ຕິດເຊື້ອໂຄວິດ-19 ລ່າສຸດແມ່ນຢູ່ທີ່ 921,924 ຄົນແລ້ວໃນ ເວລາ 02:45 ໃນມື້ວັນພະຫັດ 2 ມີນາ 2020 ຖືຮັກສາຫາຍແລ້ວ 192,964 ຄົນ ຂະນະທີ່ຈຳນວນຜູ້ເສຍຊີວິດຢູ່ທີ່ 46,252 7 ຄົນ ແລະ ມີແນວໂນ້ມຈະເພີ່ມສູງຂຶ້ນເລື້ອຍໆ

ສະຖິຕິດັ່ງກ່າວເຮັດໃຫ້ ດຣ.ເທດຣອດ ອາດານອົມ ເກເບນເຢຊຸດ ຜູ້ອຳນວຍການໃຫຍ່ຂອງອົງການອະນາໄມໂລກອອກມາສະແດງຄວາມກັງວົນເລື່ອງການແພ່ລະບາດຂອງໂຄວິດ-19 ທົ່ວໂລກ ແລະ ຄວາມໄວຂອງຕົວເລກທີ່ກຳລັງເພີ່ມຂຶ້ນ ໂດຍທ່ານເຕືອນວ່າ ຈຳນວນຜູ້ຕິດເຊື້ອທົ່ວໂລກຈະເຖິງ 1,000,000 ຄົນຢ່າງແນ່ນອນ ແລະ ຍອດຜູ້ເສຍຊີວິດຈະຜ່ານ 50,000 ຄົນ ພາຍໃນບໍ່ຈັກມື້.
