ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ໄດ້ມີມາດຕະກາດ ເຂັ້ມງວດ ເພື່ອປ້ອງກັນ ການລະບາດຂອງພະຍາດຈຸລະໂລກ ໂຄວິດ ສາຍພັນໃໝ່ ຫຼື COVID-19. ດັ່ງນັ້ນ, ປະຊາຊົນລາວທຸກຄົນ ຕ້ອງຮ່ວມມືຢ່າງເຄັ່ງຄັດ ເພື່ອເຂົ້າໃຈ ຕໍ່ບັນດາແຈ້ງການ ແລະ ມາດຕະການຕ່າງໆ ໃນຂອບເຂດທົ່ວປະເທດ. ຜູ່ໃດ ຝ່າຝືນ ແລະ ລະເມີດ ຈະຖືກກ່າວເຕືອນ, ປັບໃໝ ແລະ ໃສ່ໂທດ ຕາມສະຖານໜັກຫຼື ເບົາ! ພົບເຫັນກໍລະນີສົງໄສ ຫຼື ຕ້ອງການຂໍ້ມູນເພີ່ມເຕີມ ໂທສາຍດ່ວນ 166. ທ່ານສາມາດ ຕິດຕາມລໍາດັບເຫດການ ດັ່ງຂ້າງລຸ່ມ!

ວັນທີ່ 1 ເມສາ 2020

ລາຍງານຈາກ ຄະນະສະເພາະກິດໃຫ້ຮູ້ ໃນເວລາ 14:30 ວັນທີ 1 ເມສາ 2020 ນີ້ວ່າ

  • ກວດສອບ ວັນທີ 31 ມີນາ 2020: ຈໍານວນ 31 ຄົນ, ບໍ່ພົບເຊື້ອ 30 ຄົນ, ພົບເຊື້ອ 1 ຄົນ ເປັນເພດຍິງ ພົວພັນກັບຄົນເຈັບ ຜູ່ທີ 8
  • ກວດສອບທັງໝົດ 437 ຄົນ, ບໍ່ພົບເຊື້ອ 327 ຄົນ, ພົບເຊື້ອ 10 ຄົນ (ຍິງ 4 ຄົນ, ຊາຍ 6 ຄົນ)
  • ປິນປົວຢູ່ນະຄອນຫຼວງວຽງຈັນ 7 ຄົນ, ຫຼວງພະບາງ 3 ຄົນ (ຄົນເຈັບທັງໝົດແມ່ນຍັງຢູ່ຂັ້ນເບົາບາງ)

ວັນທີ 31 ມີນາ 2020

ຖະແຫຼງຂ່າວຈາກ ຄະນະສະເພາະກິດ

  • ກວດສອບ ວັນທີ 30 ມີນາ 2020: ຈໍານວນ 31 ຄົນ, ບໍ່ພົບເຊື້ອ 31 ຄົນ, ພົບເຊື້ອ 0 ຄົນ
  • ກວດສອບທັງໝົດ 407 ຄົນ, ບໍ່ພົບເຊື້ອ 398 ຄົນ, ພົບເຊື້ອ 9 ຄົນ (ຍິງ 3 ຄົນ, ຊາຍ 6 ຄົນ)
  • ປິນປົວຢູ່ນະຄອນຫຼວງວຽງຈັນ 6 ຄົນ, ຫຼວງພະບາງ 3 ຄົນ (ຄົນເຈັບທັງໝົດແມ່ນຍັງຢູ່ຂັ້ນເບົາບາງ)

ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດ​ອັກ​ເສບ​ປອດ​ທີ່​ເກີດ​ຈາກ​ເຊື້ອຈຸລະ​ໂລກ​ສາຍ​ພັນໃໝ່ COVID-19 ປະຈໍາວັນທີ 31 ມີນາ ປີ2020

ໂດຍ: ທ່ານ ຮສ ດຣ. ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ປະຈໍາການຄະນະສະເພາະກິດ

ສະພາບການ COVID-19 ໃນທົ່ວໂລກ ມາຮອດເວລາ 24:00 ໂມງເຊົ້າ ຂອງວັນທີ 30 ມີນາ 2020, ທົ່ວໂລກມີລາຍງານກໍລະນີ ທັງໝົດ 201 ປະເທດ.

ກໍລະນີຢັ້ງຢືນຜູ້ຕິດເຊື້ອພະຍາດ COVID-19 ແລ້ວ 720,692 ກໍລະນີ (ເພີ່ມຂື້ນ 57,565 ກໍລະນີ, ເສຍຊິວິດ 33,930 (ເພີ່ມຂື້ນ 3,069 ກໍລະນີ) ແລະ ປີ່ນປົວຫາຍດີ 151,191 (ເພີ່ມຂື້ນ 9,246).

ການເຝົ້າລະວັງ COVID-19 ປະຈຳດ່ານ ໃນ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 29 ມີນາ 2020 ຕາມດ່ານຊາຍແດນ ແລະ ສະໜາມບິນສາກົນ

ວຽກງານຈຸດຜ່ານດ່ານ
ຈໍານວນຜູ້ເດີນທາງເຂົ້າມາທັງໝົດ: 3,783 ຄົນ, ຈໍານວນຜູ້ເດີນທາງຜ່ານສະໜາມບິນທັງໝົດ 163 ຄົນ, ຈໍານວນຜູ້ເດີນມທາງຜ່ານທາງດ່ານລາວ-ໄທທັງໝົດ 2,796 ຄົນ, ມີຄົນເປັນໄຂ້ 11 ຄົນ ທັງໝົດແມ່ນຢູ່ແຂວງຈຳປາສັກ, ໄດ້ຮັບການຕິດຕາມຢູ່ໂຮງໝໍເມືອງໂພນທອງ ແລະ ຈະເກັບຕົວຢ່າງສົ່ງມາແຂວງ.

ການເຝົ້າລະວັງ ແລະ ວິເຄາະ
ວັນທີ 30 ມີນາ 2020, ມີກໍລະນີສົງໃສ 31 ກໍລະນີ, ໄດ້ແກ່ ນະຄອນຫຼວງວຽງຈັນ 23 ກໍລະນີ, ແຂວງຫຼວງພະບາງ ແລະ ຈຳປາສັກ ແຂວງລະ 2 ກໍລະນີF, ແຂວງຜົ້ງສາລີ, ສາລະວັນ, ໄຊຍະບູລີ ແລະ ເຊກອງ ແຂວງລະ 1 ກໍລະນີ
ທັງໝົດນັ້ນໄດ້ເກັບຕົວຢ່າງມາກວດ ແລະ ຜົນກວດເປັນລົບທັງ 31 ກໍລະນີ.

ມາຮອດປະຈຸບັນນີ້ໄດ້ກວດວິເຄາະກໍລະນີສົງໃສທັງໝົດມີ 407 ກໍລະນີ, ຜົນອອກມາເປັບລົບທັງໝົດ. ສ່ວນຜູ້ຕິດເຊື້ອຍັງເປັນ 9 ກໍລະນີ ຫຼື 9 ຄົນ. ພ້ອມດຽວກັນນັ້ນ ພວກເຮົາກໍມີຂໍ້ມູນກ່ຽວກັບຜູ້ສຳພັດໃກ້ຊິດກັບ 9 ຄົນທີ່ພົບເຊື້ອມີທັງໝົດ 183 ຄົນ ດັ່ງນີ້:

  • ຜູ້ຕິດເຊື້ອທີ 1: ມີຜູ້ສຳພັດໃກ້ຊິດກັບລາວ 44 ຄົນ ທັງໝົດຢູ່ນະຄອນຫຼວງວຽງຈັນ
  • ຜູ້ຕິດເຊື້ອທີ 2: ມີຜູ້ສຳພັດໃກ້ຊິດກັບລາວ 45 ຄົນ ນະຄອນຫຼວງ 11 ຄົນ, ຫຼວງພະບາງ 10 ແລະ ອຸດົມໄຊ 24 ຄົນ.
  • ຜູ້ຕິດເຊື້ອທີ 3: ມີຜູ້ສຳພັດໃກ້ຊິດກັບລາວ 21 ຄົນ ທັງໝົດຢູ່ນະຄອນຫຼວງວຽງຈັນ
  • ຜູ້ຕິດເຊື້ອທີ 4: ມີຜູ້ສຳພັດໃກ້ຊິດກັບລາວ 18 ຄົນ ທັງໝົດຢູ່ນະຄອນຫຼວງວຽງຈັນ
  • ຜູ້ຕິດເຊື້ອທີ 5: ມີຜູ້ສຳພັດໃກ້ຊິດກັບລາວ 2 ຄົນ ນະຄອນຫຼວງ
  • ຜູ້ຕິດເຊື້ອທີ 6: ມີຜູ້ສຳພັດໃກ້ຊິດກັບລາວ 8 ຄົນ ນະຄອນຫຼວງ
  • ຜູ້ຕິດເຊື້ອທີ 7: ມີຜູ້ສຳພັດໃກ້ຊິດກັບລາວ 16 ຄົນ ນະຄອນຫຼວງ
  • ຜູ້ຕິດເຊື້ອທີ 8: ມີຜູ້ສຳພັດໃກ້ຊິດກັບລາວ 22 ຄົນ ນະຄອນຫຼວງ
  • ຜູ້ຕິດເຊື້ອທີ 9: ມີຜູ້ສຳພັດໃກ້ຊິດກັບລາວ 7 ຄົນ ນະຄອນຫຼວງ

ຕໍ່ກັບຜູ້ສຳຜັດໃກ້ຊິດດັ່ງກ່າວພວກເຮົາຈະຕ້ອງໄດ້ໃຫ້ເຂົາເຈົ້າກັກບໍລິເວນຕົນເອງຢູ່ເຮືອນຂອງເຂົາເຈົ້າ ແລະ ຈະມີແພດເຮົາໄປຕິດຕາມອາການທຸກມື້ ຖ້າຫາກມີອາການ ຫຼື ກວດພົບວ່າເປັນບວກກໍຕ້ອງໄດ້ ນຳມາປິ່ນປົວຢູ່ໂຮງໝໍຕາມຫຼັກການຂອງການປິ່ນປົວໂຄວິດ-19.

ການປິ່ນປົວ
ອາການຂອງຄົນເຈັບທີ່ນອນປິ່ນປົວຕິດຕາມ ທີ່ໂຮງໝໍ ທັງໝົດ 09 ຄົນ: 06 ຄົນ ນອນປິ່ນປົວຢູ່ໂຮງໝໍມິດຕະພາບ ແລະ 03 ຄົນ ຢູ່ໂຮງໝໍຫຼວງພະບາງ, ທັງໝົດແມ່ນມີອາການຊົງຕົວຂັ້ນເບົາບາງ ແລະ ໄດ້ຮັບການປິ່ນປົວຢ່າງເອົາໃຈໃສ່ຈາກແພດໝໍຕາມຫຼັກວິຊາການ.

ຂໍ້ແນະນໍາ
ຕໍ່ການຈັດຕັ້ງປະຕິບັດຄຳສັ່ງນາຍົກເລກທີ 6 /ນຍ, ວັນທີ 29 ມີນາ 2020: ການຜັນຂະຫຍາຍຂອງແຕ່ລະຂະແໜງການ, ແຕ່ລະພາກສ່ວນ ເປັນອັນລະອຽດ ອາດຈະບໍ່ທ່ວງທັນຄົບຖ້ວນ; ສະນັ້ນຂໍໃຫ້ແຕ່ລະພາກສ່ວນຈົ່ງຮີບຮ້ອນຄົ້ນຄວ້າລົງລາຍລະອຽດສ້າງເປັນບົດແນະນຳ ເພື່ອມີຄວາມເຂົ້າໃຈ, ເປັນເອກະພາບ, ງ່າຍໃນການຈັດຕັ້ງປະຕິບັດ;
ເປັນຕົ້ນ:

ພັກການພາກສ່ວນຜູ້ພັກການຄວນປະຕິບັດຕົວແນວໃດ, ພາກສ່ວນບໍ່ພັກການຄວນປະຕິບັດແນວໃດ ເພື່ອຮັບປະກັນບໍ່ຕິດເຊື້ອ, ບໍ່ແຜ່ເຊື້ອເປັນວົງກວ້າງ; ປິດຮ້ານຄ້າ, ໂຮງງານ ແລະ ອື່ນໆ ແລະ ບໍ່ປິດຕະຫຼາດແມ່ນປະຕິບັດແນວໃດ? ລົດຂົນສົ່ງຜ່ານແດນ ຫຼື ເຂົ້າມາສົ່ງເຄື່ອງເຮັດແນວໃດ? ແລະ ອື່ນໆ

ການຕິດຕາມກວດກາການປະຕິບັດມາດຕະການຢູ່ຊາຍແດນຢ່າງເຄັ່ງຄັດ-ຈຳກັດການເຄື່ອນ ໄຫວ ການຈຳກັດບໍລິເວນຜູ້ມາຈາກຕ່າງປະເທດຢູ່ເຮືອນ ຢູ່ສະຖານທີ່ລັດຈັດສັນໃວ້ໃຫ້ຖືກມາດຕະຖານ, ຕິດຕາມກວດສຸຂະພາບ ບໍ່ເປັນແຫຼ່ງຕິດເຊື້ອ ແລະ ແຜ່ເຊື້ອ;

ການປະຕິບັດຕົນເອງຂອງຜູ້ສຳພັດໃກ້ສິດກັບຄົນເຈັບໃນການຈຳກັດບໍລິເວນຕົນເອງ ແລະ ຕິດຕາມອາການ
ຖ້າພວກເຮົາພ້ອມກັນປະຕິບັດມາດຕະການທີ່ລັດຖະບານວາງອອກ ຢ່າງເຂັ້ມງວດຈະສາມາດຫຼີກເວັ້ນການຕິດເຊື້ອ ການສົ່ງເຊື້ອ ຊື່ງເປັນການແຜ່ລະບາດ ແລະ ເອົາໃຈໃສ່ປິ່ນປົວສະເພາະຜູ້ຕິດເຊື້ອໃຫ້ຫາຍດີໄວ.

Leave a Reply

Your email address will not be published. Required fields are marked *