ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ໄດ້ມີມາດຕະກາດ ເຂັ້ມງວດ ເພື່ອປ້ອງກັນ ການລະບາດຂອງພະຍາດຈຸລະໂລກ ໂຄວິດ ສາຍພັນໃໝ່ ຫຼື COVID-19. ດັ່ງນັ້ນ, ປະຊາຊົນລາວທຸກຄົນ ຕ້ອງຮ່ວມມືຢ່າງເຄັ່ງຄັດ ເພື່ອເຂົ້າໃຈ ຕໍ່ບັນດາແຈ້ງການ ແລະ ມາດຕະການຕ່າງໆ ໃນຂອບເຂດທົ່ວປະເທດ. ຜູ່ໃດ ຝ່າຝືນ ແລະ ລະເມີດ ຈະຖືກກ່າວເຕືອນ, ປັບໃໝ ແລະ ໃສ່ໂທດ ຕາມສະຖານໜັກຫຼື ເບົາ! ພົບເຫັນກໍລະນີສົງໄສ ຫຼື ຕ້ອງການຂໍ້ມູນເພີ່ມເຕີມ ໂທສາຍດ່ວນ 166. ທ່ານສາມາດ ຕິດຕາມລໍາດັບເຫດການ ດັ່ງຂ້າງລຸ່ມ!

ວັນທີ 31 ມີນາ 2020

ຖະແຫຼງຂ່າວຈາກ ຄະນະສະເພາະກິດ

  • ກວດສອບ ວັນທີ 30 ມີນາ 2020: ຈໍານວນ 31 ຄົນ, ບໍ່ພົບເຊື້ອ 31 ຄົນ, ພົບເຊື້ອ 0 ຄົນ
  • ກວດສອບທັງໝົດ 407 ຄົນ, ບໍ່ພົບເຊື້ອ 398 ຄົນ, ພົບເຊື້ອ 9 ຄົນ (ຍິງ 3 ຄົນ, ຊາຍ 6 ຄົນ)
  • ປິນປົວຢູ່ນະຄອນຫຼວງວຽງຈັນ 6 ຄົນ, ຫຼວງພະບາງ 3 ຄົນ (ຄົນເຈັບທັງໝົດແມ່ນຍັງຢູ່ຂັ້ນເບົາບາງ)

ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດ​ອັກ​ເສບ​ປອດ​ທີ່​ເກີດ​ຈາກ​ເຊື້ອຈຸລະ​ໂລກ​ສາຍ​ພັນໃໝ່ COVID-19 ປະຈໍາວັນທີ 31 ມີນາ ປີ2020

ໂດຍ: ທ່ານ ຮສ ດຣ. ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ປະຈໍາການຄະນະສະເພາະກິດ

ສະພາບການ COVID-19 ໃນທົ່ວໂລກ ມາຮອດເວລາ 24:00 ໂມງເຊົ້າ ຂອງວັນທີ 30 ມີນາ 2020, ທົ່ວໂລກມີລາຍງານກໍລະນີ ທັງໝົດ 201 ປະເທດ.

ກໍລະນີຢັ້ງຢືນຜູ້ຕິດເຊື້ອພະຍາດ COVID-19 ແລ້ວ 720,692 ກໍລະນີ (ເພີ່ມຂື້ນ 57,565 ກໍລະນີ, ເສຍຊິວິດ 33,930 (ເພີ່ມຂື້ນ 3,069 ກໍລະນີ) ແລະ ປີ່ນປົວຫາຍດີ 151,191 (ເພີ່ມຂື້ນ 9,246).

ການເຝົ້າລະວັງ COVID-19 ປະຈຳດ່ານ ໃນ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 29 ມີນາ 2020 ຕາມດ່ານຊາຍແດນ ແລະ ສະໜາມບິນສາກົນ

ວຽກງານຈຸດຜ່ານດ່ານ
ຈໍານວນຜູ້ເດີນທາງເຂົ້າມາທັງໝົດ: 3,783 ຄົນ, ຈໍານວນຜູ້ເດີນທາງຜ່ານສະໜາມບິນທັງໝົດ 163 ຄົນ, ຈໍານວນຜູ້ເດີນມທາງຜ່ານທາງດ່ານລາວ-ໄທທັງໝົດ 2,796 ຄົນ, ມີຄົນເປັນໄຂ້ 11 ຄົນ ທັງໝົດແມ່ນຢູ່ແຂວງຈຳປາສັກ, ໄດ້ຮັບການຕິດຕາມຢູ່ໂຮງໝໍເມືອງໂພນທອງ ແລະ ຈະເກັບຕົວຢ່າງສົ່ງມາແຂວງ.

ການເຝົ້າລະວັງ ແລະ ວິເຄາະ
ວັນທີ 30 ມີນາ 2020, ມີກໍລະນີສົງໃສ 31 ກໍລະນີ, ໄດ້ແກ່ ນະຄອນຫຼວງວຽງຈັນ 23 ກໍລະນີ, ແຂວງຫຼວງພະບາງ ແລະ ຈຳປາສັກ ແຂວງລະ 2 ກໍລະນີF, ແຂວງຜົ້ງສາລີ, ສາລະວັນ, ໄຊຍະບູລີ ແລະ ເຊກອງ ແຂວງລະ 1 ກໍລະນີ
ທັງໝົດນັ້ນໄດ້ເກັບຕົວຢ່າງມາກວດ ແລະ ຜົນກວດເປັນລົບທັງ 31 ກໍລະນີ.

ມາຮອດປະຈຸບັນນີ້ໄດ້ກວດວິເຄາະກໍລະນີສົງໃສທັງໝົດມີ 407 ກໍລະນີ, ຜົນອອກມາເປັບລົບທັງໝົດ. ສ່ວນຜູ້ຕິດເຊື້ອຍັງເປັນ 9 ກໍລະນີ ຫຼື 9 ຄົນ. ພ້ອມດຽວກັນນັ້ນ ພວກເຮົາກໍມີຂໍ້ມູນກ່ຽວກັບຜູ້ສຳພັດໃກ້ຊິດກັບ 9 ຄົນທີ່ພົບເຊື້ອມີທັງໝົດ 183 ຄົນ ດັ່ງນີ້:

  • ຜູ້ຕິດເຊື້ອທີ 1: ມີຜູ້ສຳພັດໃກ້ຊິດກັບລາວ 44 ຄົນ ທັງໝົດຢູ່ນະຄອນຫຼວງວຽງຈັນ
  • ຜູ້ຕິດເຊື້ອທີ 2: ມີຜູ້ສຳພັດໃກ້ຊິດກັບລາວ 45 ຄົນ ນະຄອນຫຼວງ 11 ຄົນ, ຫຼວງພະບາງ 10 ແລະ ອຸດົມໄຊ 24 ຄົນ.
  • ຜູ້ຕິດເຊື້ອທີ 3: ມີຜູ້ສຳພັດໃກ້ຊິດກັບລາວ 21 ຄົນ ທັງໝົດຢູ່ນະຄອນຫຼວງວຽງຈັນ
  • ຜູ້ຕິດເຊື້ອທີ 4: ມີຜູ້ສຳພັດໃກ້ຊິດກັບລາວ 18 ຄົນ ທັງໝົດຢູ່ນະຄອນຫຼວງວຽງຈັນ
  • ຜູ້ຕິດເຊື້ອທີ 5: ມີຜູ້ສຳພັດໃກ້ຊິດກັບລາວ 2 ຄົນ ນະຄອນຫຼວງ
  • ຜູ້ຕິດເຊື້ອທີ 6: ມີຜູ້ສຳພັດໃກ້ຊິດກັບລາວ 8 ຄົນ ນະຄອນຫຼວງ
  • ຜູ້ຕິດເຊື້ອທີ 7: ມີຜູ້ສຳພັດໃກ້ຊິດກັບລາວ 16 ຄົນ ນະຄອນຫຼວງ
  • ຜູ້ຕິດເຊື້ອທີ 8: ມີຜູ້ສຳພັດໃກ້ຊິດກັບລາວ 22 ຄົນ ນະຄອນຫຼວງ
  • ຜູ້ຕິດເຊື້ອທີ 9: ມີຜູ້ສຳພັດໃກ້ຊິດກັບລາວ 7 ຄົນ ນະຄອນຫຼວງ

ຕໍ່ກັບຜູ້ສຳຜັດໃກ້ຊິດດັ່ງກ່າວພວກເຮົາຈະຕ້ອງໄດ້ໃຫ້ເຂົາເຈົ້າກັກບໍລິເວນຕົນເອງຢູ່ເຮືອນຂອງເຂົາເຈົ້າ ແລະ ຈະມີແພດເຮົາໄປຕິດຕາມອາການທຸກມື້ ຖ້າຫາກມີອາການ ຫຼື ກວດພົບວ່າເປັນບວກກໍຕ້ອງໄດ້ ນຳມາປິ່ນປົວຢູ່ໂຮງໝໍຕາມຫຼັກການຂອງການປິ່ນປົວໂຄວິດ-19.

ການປິ່ນປົວ
ອາການຂອງຄົນເຈັບທີ່ນອນປິ່ນປົວຕິດຕາມ ທີ່ໂຮງໝໍ ທັງໝົດ 09 ຄົນ: 06 ຄົນ ນອນປິ່ນປົວຢູ່ໂຮງໝໍມິດຕະພາບ ແລະ 03 ຄົນ ຢູ່ໂຮງໝໍຫຼວງພະບາງ, ທັງໝົດແມ່ນມີອາການຊົງຕົວຂັ້ນເບົາບາງ ແລະ ໄດ້ຮັບການປິ່ນປົວຢ່າງເອົາໃຈໃສ່ຈາກແພດໝໍຕາມຫຼັກວິຊາການ.

ຂໍ້ແນະນໍາ
ຕໍ່ການຈັດຕັ້ງປະຕິບັດຄຳສັ່ງນາຍົກເລກທີ 6 /ນຍ, ວັນທີ 29 ມີນາ 2020: ການຜັນຂະຫຍາຍຂອງແຕ່ລະຂະແໜງການ, ແຕ່ລະພາກສ່ວນ ເປັນອັນລະອຽດ ອາດຈະບໍ່ທ່ວງທັນຄົບຖ້ວນ; ສະນັ້ນຂໍໃຫ້ແຕ່ລະພາກສ່ວນຈົ່ງຮີບຮ້ອນຄົ້ນຄວ້າລົງລາຍລະອຽດສ້າງເປັນບົດແນະນຳ ເພື່ອມີຄວາມເຂົ້າໃຈ, ເປັນເອກະພາບ, ງ່າຍໃນການຈັດຕັ້ງປະຕິບັດ;
ເປັນຕົ້ນ:

ພັກການພາກສ່ວນຜູ້ພັກການຄວນປະຕິບັດຕົວແນວໃດ, ພາກສ່ວນບໍ່ພັກການຄວນປະຕິບັດແນວໃດ ເພື່ອຮັບປະກັນບໍ່ຕິດເຊື້ອ, ບໍ່ແຜ່ເຊື້ອເປັນວົງກວ້າງ; ປິດຮ້ານຄ້າ, ໂຮງງານ ແລະ ອື່ນໆ ແລະ ບໍ່ປິດຕະຫຼາດແມ່ນປະຕິບັດແນວໃດ? ລົດຂົນສົ່ງຜ່ານແດນ ຫຼື ເຂົ້າມາສົ່ງເຄື່ອງເຮັດແນວໃດ? ແລະ ອື່ນໆ

ການຕິດຕາມກວດກາການປະຕິບັດມາດຕະການຢູ່ຊາຍແດນຢ່າງເຄັ່ງຄັດ-ຈຳກັດການເຄື່ອນ ໄຫວ ການຈຳກັດບໍລິເວນຜູ້ມາຈາກຕ່າງປະເທດຢູ່ເຮືອນ ຢູ່ສະຖານທີ່ລັດຈັດສັນໃວ້ໃຫ້ຖືກມາດຕະຖານ, ຕິດຕາມກວດສຸຂະພາບ ບໍ່ເປັນແຫຼ່ງຕິດເຊື້ອ ແລະ ແຜ່ເຊື້ອ;

ການປະຕິບັດຕົນເອງຂອງຜູ້ສຳພັດໃກ້ສິດກັບຄົນເຈັບໃນການຈຳກັດບໍລິເວນຕົນເອງ ແລະ ຕິດຕາມອາການ
ຖ້າພວກເຮົາພ້ອມກັນປະຕິບັດມາດຕະການທີ່ລັດຖະບານວາງອອກ ຢ່າງເຂັ້ມງວດຈະສາມາດຫຼີກເວັ້ນການຕິດເຊື້ອ ການສົ່ງເຊື້ອ ຊື່ງເປັນການແຜ່ລະບາດ ແລະ ເອົາໃຈໃສ່ປິ່ນປົວສະເພາະຜູ້ຕິດເຊື້ອໃຫ້ຫາຍດີໄວ.

ແຈ້ງການຄໍາສັ່ງແນະນໍາ ຈາກ ກະຊວງສາທາລະນະສຸກ: ລັດຖະມົນຕີກະຊວງສາທາລະນະສຸກຜັນຂະຫຍາຍຄຳສັ່ງການເພີ່ມທະວີມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ 19 (COVID-19) ຂອງທ່ານນາຍົກລັດຖະມົນຕີ ມາເປັນແຈ້ງການລະອຽດໃນການຈັດຕັ້ງປະຕິບັດຂອງຂະແໜງການສາທາລະນະສຸກ”

ແຈ້ງການດ່ວນ ຈາກກະຊວງ ອຸດສາຫະກໍາ ແລະ ການຄ້າ
ເລື່ອງ: ປິດໂຮງຈັກໂຮງງານຊົ່ວຄາວ 1-19 ເມສາ 2020

ແຈ້ງການ ຈາກກະຊວງອຸດສາຫະກຳແລະການຄ້າ : ອະນຸຍາດໃຫ້ 2 ບໍລິສັດ ເທົ່ານັ້ນ ໃນການໄດ້ຮັບສິດຂາຍຜ້າອັດປາກ-ດັງ 5 ພັນກັບ ໃຫ້ປະຊາຊົນ ໃນລາຄາ 50 ພັນຕໍ່ກັບ

ກະຊວງ ອຸດສາຫະກໍາ ແລະ ການຄ້າ ມອບໃຫ້ 2 ບໍລິສັດ ຂາຍຜ້າອັດປາກ-ດັງ 5 ພັນກັບ ໃຫ້ແກ່ປະຊາຊົນ ໃນລາຄາ 50 ພັນກີບຕໍ່ກັບເລີ່ມແຕ່ວັນທີ 31 ມີນາ ແລະ ຜູ້ໜຶ່ງສາມາດຊື້ໄດ້ພຽງ 1 ກັບ ໂດຍມີ  ຂາຍຕາມສາຂາຂອງ 2 ບໍລິສັດຊີບີເອັຟ (CBF) ຟາຣມາ ແລະ  ບໍລິສັດ ວຽງທອງການຢາ ໃນ 9 ແຂວງ.

ວັນທີ 30 ມີນາ 2020

  • ລາຍງານຈາກ ຄະນະສະເພາະກິດ ໃຫ້ຮູ້ວ່າ ການກວດຜູ່ສົງໄສ ຈໍານວນ 63 ກໍລະນີ ວັນທີ 29 ມີນາ 2020
  • ບໍ່ພົບເຊື້ອ 62 ຄົນ, ພົບຜູ່ຕິດເຊື່ອ ເພີ່ມ 1 ຄົນ ເພດຍິງ ອາຍຸ 22 ປີ ບ້ານໂພນພະເນົາ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ, ມີປະຫວັດ ເດີນທາງໄປ ປະເທດໄທ
  • ຜູ່ຕິດເຊື້ອ ຄົນທີ 9 ແມ່ນເປັນ ເສັ້ນທາງທີ 3 ເພາະ ບໍ່ມີປະຫວັດພົວພັນ ກັບ 8 ຄົນທີ່ກວດເຊື້ອກ່ອນໜ້ານີ້

ນະຄອນຫຼວງວຽງຈັນ ແຈ້ງໂຈະການບໍລິການ ຂົນສົ່ງໂດຍສານ ທຸກສາຍ

ວັນທີ 29 ມີນາ 2020

  • ລາຍງານຈາກ ຄະນະສະເພາະກິດ ໃຫ້ຮູ້ວ່າ ການກວດຜູ່ສົງໄສ ຈໍານວນ 36 ກໍລະນີ ວັນທີ 28 ມີນາ 2020 ລໍຖ້າຜົນກວດ
  • ບໍ່ມີລາຍງານຜູ່ຕິດເຊື່ອເພີ່ມ

ຄໍາສັ່ງນາຍົກລັດຖະມົນຕີ ເລກທີ 06/ນຍ ວ່າດ້ວຍການເພີ່ມທະວີ ມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕ້ານພະຍາດ ໂຄວິດ-19 (COVID-19)

ແຂວງຫຼວງພະບາງແຈ້ງໂຈະການຂົນສົ່ງໂດຍສານທຸກສາຍ

ເອກະສານສໍາຄັນ ວັນທີ 27 ມີນາ 2020

ແຈ້ງການຈາກກະຊວງການເງິນ ເລື່ອນການເສຍຄ່າທາງ ເວລາປົກກະຕິ

ແຈ້ງການຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ

ເອກະສານສໍາຄັນ ວັນທີ 26 ມີນາ 2020

ແຈ້ງການຈາກ ທະນາຄານແຫ່ງ ສປປລາວ

ແຈ້ງການຂອງກະຊວງສຶກສາທິການ ແລະ ກິລາ

ເອກະສານສໍາຄັນ ວັນທີ 25 ມີນາ 2020

ແຈ້ງການຂອງກະຊວງອຸດສາຫະກໍາ ແລະ ການຄ້າ

ແຈ້ງການຂອງ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ

ແຈ້ງການຈາກ ສະຫະພັນເພາະກາຍແຫ່ງຊາດ

ເອກະສານສໍາຄັນ ວັນທີ 22 ມີນາ 2020

ຄໍາແນະນໍາ ແລະ ວິທີການ ກັກຕົນເອງ ເບິ່ງອາການ ຢູ່ເຮືອນ ເປັນເວລາ 14 ວັນ, ໂດຍສະເພາະ ຜູ່ທີ່ເດີນທາງມາແຕ່ຕ່າງປະເທດ, ໃຫ້ປະຕິບັດ ຢ່າງເຄັ່ງຄັດ.

ເອກະສານສໍາຄັນ ວັນທີ 20 ມີນາ 2020

ກະຊວງ ປ້ອງກັນ ຄວາມສະຫງົບ : ປິດດ່ານປະເພນີ ແລະ ດ່ານນ້ອຍ ທົ່ວປະເທດ, ເຂັ້ມງວດ ກວດທີ່ດ່ານສາກົນ. ຍົກເລີກການອອກວິຊາກັບດ່ານ ແລະ ອື່ນໆ ອ່ານແຈ້ງການ

ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ : ສັ່ງປິດ ກິດຈະການບັນເທີງທຸກປະເພດ, ຮ້ານນວດ ແລະ ຮ້ານສະປາ.

ວັນທີ 19 ມີນາ 2020

ກະຊວງການຕ່າງປະເທດ : ແຈ້ງໂຈະການອອກວີຊາກັບດ່ານ, ປິດດ່ານປະເພນີ ດ່ານນ້ອຍ, ມາດຕະການເຂົ້າ-ອອກ ສປປ ລາວ

ກະຊວງພະລັງງານ ແລະ ບໍ່ແຮ່, ລັດວິສາຫະກິດນໍ້າມັນເຊື້ອໄຟລາວ: ຄຸ້ມຄອງ ການຂາຍນໍ້າມັນ

ຫ້ອງການສໍານັກງານ ນາຍົກລັດຖະມົນຕີ: ມາດຕະກາດ ຫຼິ້ນບຸນປີໃໝ່ລາວ 2020

ວັນທີ 18 ມີນາ 2020

ກະຊວງສຶກສາທິການ ແລະ ກິລາ: ແຈ້ງປິດ ໂຮງຮຽນ ປະຖົມ, ມັດທະຍົມ, ວິທະຍາໄລ, ມະຫາໄລ ແລະ ສະຖາບັນການສຶກສາ ທົ່ວໄປະເທດ

ວັນທີ 17 ມີນາ 2020

ກະຊວງສຶກສາທິການ ແລະ ກິລາ : ສັ່ງປິດ ໂຮງຮຽນລ້ຽງເດັກ, ອານຸບານ ແລະ ກຽມ ປະຖົມ

ວັນທີ 16 ມີນາ 2020

ຄະນະສະເພາະກິດ : ແຈ້ງການ ຍົກລະດັບ ປ້ອງກັນ COVID-19

ວັນທີ່ 2 ມີນາ 2020

ຄະນະສະເພາະກິດ : ແຈ້ງ ໂຈະງານທີ່ມີການຮ່ວມຊຸມນຸມຄົນຈໍານວນຫຼາຍ

————-

16 ມິນາ 2020

ລັດຖະບານຮຽກຮ້ອງປະຊາຊົນ ບໍ່ໃຫ້ເດີນທາງໄປເຂດທີ່ມີຄວາມສ່ຽງ ເພື່ອປ້ອງກັນການແຜ່ລະບາດຂອງ COVID-19

ໃນຕອນເຊົ້າມື້ນີ້ ວັນທີ 16 ມິນາ 2020, ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ຫລາຍຈຸດພາຍໃນນະຄອນຫລວງວຽງຈັນ, ເພື່ອຕິດຕາມການເຝົ້າລະວັງ, ການປ້ອງກັນ, ການຄວບຄຸມ ແລະ ການແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ດ່ານສາກົນຂົວມິດຕະພາບລາວ-ໄທ 1, ໂຮງໝໍ 103, ໂຮງໝໍ 150 ຕຽງ ແລະ ສະໜາມບິນສາກົນວັດໄຕ. ຫລັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ເຖິງສະພາບການແຜ່ລະບາດ ແລະ ການຮັບມືກັບພະຍາດດັ່ງກ່າວນີ້,

———-

ວັນທີ 3 ກຸມພາ 2020

ນາ­ຍົກ­ລັດ­ຖະ­ມົນ­ຕີ ໄດ້​ອອກ​ຂໍ້​ຕົກ­ລົງ ສະ­ບັບ​ເລກ​ທີ 09/ນຍ, ລົງ​ວັນ​ທີ 3 ກຸມ­ພາ 2020 ວ່າ​ດ້ວຍ​ການ​ແຕ່ງ­ຕັ້ງ​ຄະ­ນະ​ສະ­ເພາະ​ກິດ ເພື່ອ​ປ້ອງ​ກັນ, ຄວບ​ຄຸມ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ​ພະ­ຍາດ​ອັກ­ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່ ຫຼື ໄວ​ຣັສ ໂຄ​ໂຣ​ນາ (Novel Corona Virus: NCoV) ໂດຍ​ມີ​ລາຍ​ຊື່​ດັ່ງ​ລຸ່ມ​ນີ້: 


1. ທ່ານ ສົມ​ດີ ດວງ​ດີ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ເງິນ ເປັນ​ຫົວ­ໜ້າ; 

2 . ທ່ານ ບຸນ​ກອງ ສີ​ຫາ​ວົງ ລັດ­ຖະ­ມົນ­ຕີ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ເປັນ​ຮອງ​ຫົວ­ໜ້າ; 

3. ທ່ານ ພູ­ທອນ ເມືອງ​ປາກ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ເປັນ​ຮອງ​ຫົວ­ໜ້າ ແລະ ຜູ້​ປະ­ຈຳ­ການ; 

4. ທ່ານ ທອງ​ສະ­ຫວັນ ພົມ­ວິ­ຫານ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ຕ່າງ­ປະ­ເທດ ເປັນ​ກຳ­ມະ­ການ; 

5. ທ່ານ ພົຕ ສົມ​ຫວັງ ທຳ​ມະ​ສິດ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ ເປັນ​ກຳ­ມະ­ການ; 

6. ທ່ານ ບຸນ​ຂວາງ ຄຳ​ບຸນ​ເຮືອງ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ກະ­ສິ­ກຳ ແລະ ປ່າ­ໄມ້ ເປັນ​ກຳ­ມະ­ການ; 

7.  ທ່ານ ສັນ­ຕິ​ສຸກ ສິມ​ມາ­ລາ​ວົງ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ເປັນ​ກຳ­ມະ­ການ; 

8.  ທ່ານ ສະ­ຫວັນ​ຄອນ ຣາ​ຊ​ມຸນ​ຕຣີ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ຖະ­ແຫຼງ​ຂ່າວ, ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ເປັນ​ກຳ­ມະ­ການ; 

9.  ທ່ານ ບຸນ​ໂຈມ ອຸ­ບົນ​ປະ­ເສີດ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ເງິນ ເປັນ​ກຳ­ມະ­ການ; 

10. ທ່ານ ພົນ​ຈັດ­ຕະ­ວາ ບົວ​ສິງ ອິນ​ທະ​ວົງ ຫົວ­ໜ້າ​ກົມ​ເສ­ນາ ກົມ​ໃຫຍ່​ພະ­ລາ­ທິ­ການ ກະ­ຊວງ​ປ້ອງ​ກັນ​ປະ­ເທດ ເປັນ​ກຳ­ມະ­ການ; 

11. ທ່ານ ວາ­ລະ​ໄຊ ດາ­ລາ​ລອຍ ຫົວ­ໜ້າ​ຫ້ອງ­ການ ກະ­ຊວງ​ໄປ­ສະ­ນີ, ໂທ­ລະ​ຄົມ­ມະ­ນາ­ຄົມ ແລະ ການ​ສື່­ສານ ເປັນ​ກຳ­ມະ­ການ. 

ຄະ­ນະ​ສະ­ເພາະ​ກິດ​ດັ່ງ­ກ່າວ ມີ­ໜ້າ​ທີ່​ດັ່ງ­ນີ້: ຊີ້​ນຳ ແລະ ຊຸກ­ຍູ້ ທຸກ​ພາກ­ສ່ວນ​ໃນ​ສັງ­ຄົມ ລວມ​ທັງ​ອົງ­ການ​ຈັດ​ຕັ້ງ​ຂອງ​ລັດ, ອົງ­ການ​ປົກ­ຄອງ​ທ້ອງ­ຖິ່ນ, ພາກ­ສ່ວນ​ເອ­ກະ​ຊົນ, ອົງ­ການ​ຈັດ​ຕັ້ງ​ສາ­ກົນ​ທີ່​ເຄື່ອນ​ໄຫວ ໃນ ສປປ ລາວ ເຂົ້າ​ຮ່ວມ ແລະ ເປັນ​ເຈົ້າ​ການ ໃນ​ການ​ປ້ອງ​ກັນ, ຄວບ​ຄຸມ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ​ພະ­ຍາດ​ອັກ­ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່ (Novel Corona Virus: 2019-nCoV) ພ້ອມ​ທັງ​ຕິດ­ຕາມ, ກວດ­ກາ ແລະ ປະ​ເມີນ​ສະ­ພາບ​ການ​ຢ່າງ​ໃກ້­ຊິດ ແລ້ວ​ລາຍ​ງານ​ໃຫ້​ລັດ­ຖະ­ບານ​ຮັບ​ຊາບ​ເປັນ​ປົກ­ກະ­ຕິ​ຕໍ່​ເນື່ອງ ແລະ ທັນ​ເວ­ລາ; ແຕ່ງ­ຕັ້ງ​ຄະ­ນະ​ຜູ້​ຊ່ວຍ​ວຽກ​ຂອງ​ຕົນ ເພື່ອ​ລົງ​ເລິກ​ຄົ້ນ­ຄວ້າ​ມາດ​ຕະ­ການ, ວິ­ທີ​ການ​ຕ່າງໆ​ທີ່​ເໝາະ​ສົມ ແລະ ເປັນ­ໃຈ​ກາງ ໃນ​ການ​ພົວ­ພັນ​ປະ­ສານ​ງານ​ກັບ​ຂະ­ແໜງ­ການ​ທີ່​ກ່ຽວ­ຂ້ອງ, ອຳ­ນາດ​ການ​ປົກ­ຄອງ​ແຕ່​ລະ​ຂັ້ນ, ບັນ­ດາ​ປະ­ເທດ​ໃກ້​ຄຽງ, ຄູ່​ຮ່ວມ​ພັດ­ທະ­ນາ ແລະ ທຸກ​ພາກ­ສ່ວນ​ໃນ​ສັງ­ຄົມ​ໃນ​ການ​ປ້ອງ​ກັນ, ຄວບ​ຄຸມ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ​ພະ­ຍາດ​ອັກ­ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່  (Novel Corona Virus: 2019-nCoV) ໃຫ້​ມີ​ປະ­ສິດ​ທິ​ຜົນ.

Leave a Reply

Your email address will not be published. Required fields are marked *