ເມືອງສິງ ລົງແກ້ໄຂພາກສ່ວນທີລະເມີດຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 06/ນຍ ຊ່ວງປີໃໝ່ລາວ
ຕອນບ່າຍຂອງວັນທີ 15 ເມສາ 2020 ປກສ ເມືອງສິງ ໄດ້ລົງແກ້ໄຂພາກສ່ວນທີລະເມີດ ແລະ ບໍ່ປະຕິບັດຕາມ ຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 06/ນຍ ແລະ ຕາມການຊີ້ນຳຂອງຄະນະປະຈຳພັກເມືອງໆສິງ ສະນັ້ນກອງບັນຊາ ການ ປກສ ເມືອງສິງ ຈຶ່ງໄດ້ແຕ່ງຕັ້ງອ້າຍນ້ອງລົງໄປກວດກາສະຖານທີຕາມສວນນ້ຳຢ່າ ຈຸດທີມີຄົນໄປຫຼິ້ນກິນ ດື່ມ ສິ່ງມືນເມົາ ເຫຼົ້າ, ເບຍ ຊຸມແຊວກັນ

ນຳພາໂດຍສະຫາຍ ພັນຕີ ແອ໋ສະຫວັນ ທິບພະຍອດແກ້ວ ຮອງພະແນກ ສັນ ຕິບານ ປກສ ເມືອງສິງ ພ້ອມດ້ວຍທິມງານ ຜ່ານການລົງກວດກາຕົວຈິງພົບເຫັນຜູ້ທີລະເມີດຊຸມແຊວດື່ມ ເຫຼົ້າ, ເບຍ ທັງ ໝົດ 01 ຈຸດ, ມີ 03 ວົງ ຢູ່ຫາງກັນປະມານ 50 ແມັດ ເທິ່ງບ້ານ ສົບອິໃໝ່ ລວມທັງໝົດມີ 41 ຄົນ, ຍິງ 17 ຄົນ, ໃນນີ້ຢູ່ບ້ານ ສົບອິໃໝ່ ມີ 20 ຄົນ, ຍິງ 08 ຄົນ, ບ້ານ ຊຽງຍືນ 19 ຄົນ, ຍິງ 08 ຄົນ ແລະ ບ້ານ ຫົວຂົວ 02 ຄົນ, ຍິງ 01 ຄົນ

ດັ່ງນັ້ນທາງເຈົ້າໜ້າທີພວກເຮົາຈຶ່ງໄດ້ກັກຕົວຜູ້ທີລະເມີດທັງໝົດ ມາກອງບັນຊາການ ປກສ ເມືອງສິງ ເພື່ອອະທິບາຍຄຳສັ່ງ, ແຈ້ງການ ແລະ ລະບຽບການຕ່າງໆ ໃນຊ່ວງໄລຍະບຸນປີໃໝ່ລາວເພື່ອໃຫ້ຮັບຮູ້ ແລະ ເຂົ້າໃຈ ບໍ່ໃຫ້ລະເມີດອີກໃນຄັ້ງຕໍ່ໄປ ແລະ ຜູ້ທີໄດ້ລະເມີດໃນຄັ້ງນີ້ທາງເຈົ້າໜ້າທີພວກເຮົາໄດ້ປະສານສົມທົບກັບຫ້ອງການສາທາລະນະສຸກເມືອງ ມາກວດກາອຸນຫະພູມ ພົບວ່າມີ 02 ຄົນມີອຸນຫະພູມສູງກ່ວາ 38 ອົງສາ

ສະນັ້ນທາງເຈົ້າໜ້າທີພວກເຮົາຈຶ່ງໄດ້ ສ້າງບົດບັນ ທຶກສຶກສາອົມຮົມກ່າວເຕືອນຜູ້ທີລະເມີດຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 06/ນຍ ຈຳນວນ 41 ຄົນ, ຍິງ 17 ຄົນ ແລະ ໄດ້ມອບໃຫ້ທາງອົງການຈັດຕັ້ງບ້ານແຕ່ລະບ້ານ ຮັບເອົາລູກບ້ານຂອງຕົນເອງເພື່ອໄປກັກກັນເຂົ້າສູນ ຂອງແຕ່ລະບ້ານ ແລະ ຕິດຕາມອາການເຊື້ອພະຍາດ ໂຄວິດ 19 ເປັນເວລາ 14 ວັນ.

ລາຍງານໂດຍ: ນັກຂ່າວ ປກສ ເມືອງສິງ ຮ້ອຍຕີ ຈັນແສງ ຄໍາວົງໄຊ

Leave a Reply

Your email address will not be published. Required fields are marked *